ນາຍົກຊີ້ ຜູ້ປະກອບການເຂື່ອນໄຟຟ້າຕ້ອງໃສ່ໃຈຈັດສັນງົບປະມານເພື່ອແຮໄວ້ຊ່ວຍເຫລືອປະຊາຊົນເວລາປະສົບໄພນ້ຳຖ້ວມໃຫ້ທັນການ

ໃນໂອກາດທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ລົງໄປຕິດຕາມເບິ່ງສະພາບການປ່ອຍນ້ຳອອກຈາກເຂື່ອນໄຟຟ້ານ້ຳງື່ມ 1 ໃນວັນທີ 6 ກັນຍານີ້, ທ່ານໄດ້ແນະນຳໃຫ້ຜູ້ປະກອບການເຂື່ອນໄຟຟ້າດັ່ງກ່າວພ້ອມກັບແຫ່ງອື່ນໆຕ້ອງໃສ່ໃຈຈັດສັນງົບປະມານແຮໄວ້ ເພື່ອນຳຊ່ວຍເຫລືອປະຊາຊົນຜູ້ຢູ່ໃຕ້ເຂື່ອນໃນເວລາເກີດໄພນ້ຳຖ້ວມ. ພາຍຫລັງເຫັນວ່າ ນັບແຕ່ທ້າຍເດືອນກໍລະກົດຜ່ານມານີ້ ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ຈຶ່ງເຮັດໃຫ້ລະດັບນ້ຳໃນອ່າງນ້ຳງື່ມ 1 ເພີ່ມຂຶ້ນຈຳນວນຫລາຍ ບວກກັບນ້ຳຫລາຍແຫ່ງຄື: ນ້ຳຈາກເຂື່ອນໄຟຟ້ານ້ຳງື່ມ 2, ນ້ຳງື່ມ 5, ນ້ຳໄຜ່, ນ້ຳຊອງ, ນ້ຳລີກ ແລະ ອື່ນໆ ໄດ້ເຮັດໃຫ້ເຂື່ອນນ້ຳງື່ມ 1 ມີຄວາມຈຳເປັນຕ້ອງໄດ້ປ່ອຍນ້ຳອອກ ແຕ່ວັນທີ 12 ສິງຫາ ຈົນມາຮອດເຊົ້າວັນທີ 6 ກັນຍານີ້ ມີປະລິມານນ້ຳທີ່ປ່ອຍຜ່ານປະຕູນ້ຳລົ້ນຂອງເຂື່ອນມີປະລິມານຫລາຍຂຶ້ນ, ກໍ່ໃຫ້ເກີດສະພາບນ້ຳຖ້ວມໃນຫລາຍພື້ນທີ່ຂອງແຂວງວຽງຈັນລົງມາຮອດເມືອງໄຊທານີ, ເມືອງປາກງື່ມ ນະຄອນຫລວງວຽງຈັນ ສົ່ງຜົນໃຫ້ປະຊາຊົນຜູ້ອາໄສຢູ່ໃຕ້ເຂື່ອນດັ່ງກ່າວໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ເຮືອນຊານ, ຜົນລະປູກ, ສັດລ້ຽງ ແລະ ໄຮ່ນາຮົ້ວສວນ, ພື້ນຖານໂຄງລ່າງອື່ນໆໄດ້ຮັບຄວາມເສຍຫາຍ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄະນະບໍລິຫານເຂື່ອນໄຟຟ້ານ້ຳງື່ມ 1 ຕ້ອງມີການບໍລິຫານຈັດການນ້ຳໃນໜ້າເຂື່ອນທີ່ດີ ແລະ ມີການປະສານກັນລະອຽດກັບການປ່ອຍນ້ຳຂອງເຂື່ອນນ້ຳງື່ມ 2 ທີ່ຢູ່ຕອນເທິງ. ນອກຈາກນີ້ ກໍຕ້ອງມີຄວາມຮັບຜິດຊອບໃນການຕິດຕາມຊ່ວຍເຫລືອ ແລະ ເບິ່ງແຍງປະຊາຊົນທີ່ອາໄສຢູ່ເຂດລຸ່ມເຂື່ອນທີ່ປະສົບໄພດັ່ງກ່າວໃຫ້ດີທີ່ສຸດ ໂດຍສະເພາະແມ່ນ 16 ບ້ານທີ່ຢູ່ກ້ອງເຂື່ອນຄື: ບ້ານຫາດສວນ, ຕານປ່ຽວ, ສຸກສາລາ, ບ້ານຈຸ້ມ, ບ້ານແຈ້ງ, ຫາດສ້ຽວ, ໂພນແພງ, ລິ່ງຊັນ, ບຸ່ງພ້າວ, ຫາດໄຊ, ນາຄອງ, ຖິນຄຳ, ໂພນແຮ່, ເກີນໃຕ້, ເກີນກາງ ແລະ ເກີນເໜືອ, ມີ 1.430 ຄອບຄົວໄດ້ຮັບຜົນກະທົບ ແລະ ມີໂຮງຮຽນ 12 ແຫ່ງແມ່ນໄດ້ປິດການຮຽນ-ການສອນຊົ່ວຄາວ, ເນື້ອທີ່ການຜະລິດກວ່າ 2.800 ເຮັກຕາ, ງົວ-ຄວາຍຫລາຍສິບພັນໂຕ, ໝູ, ແບ້ ແລະ ແກະນັບຫລາຍແສນໂຕໄດ້ຮັບຄວາມເສຍຫາຍ.

