ນະຄອນຫລວງວຽງຈັນມີ 4.400 ກວ່າຄອບຄົວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງມີສະພາບຝົນຕົກຕິດຕໍ່ຫລາຍວັນ ນັບແຕ່ຕົ້ນເດືອນສິງຫາເປັນຕົ້ນມາ ໄດ້ເຮັດໃຫ້ລະດັບນ້ຳຂອງ, ແມ່ນ້ຳສາຂາ ແລະ ນ້ຳງື່ມເພີ່ມສູງຂຶ້ນ ແລະ ໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງ ແລະ ເນື້ອທີ່ການຜະລິດຂອງປະຊາຊົນໃນ 6 ເມືອງທີ່ຢູ່ລຽບແຄມແມ່ນ້ຳຂອງ ແລະ ນ້ຳງື່ມຄື: ເມືອງໄຊທານີມີ 52 ບ້ານ, ນາຊາຍທອງ 13 ບ້ານ, ສີໂຄດຕະບອງ 4 ບ້ານ, ຫາດຊາຍຟອງ 19 ບ້ານ, ປາກງື່ມ 12 ບ້ານ ແລະ ສັງທອງ 12 ບ້ານ, ມີ 4.417 ຄົນໄດ້ຮັບຜົນກະທົບ ແລະ ມີເນື້ອທີ່ການຜະລິດ 8.300 ກວ່າເຮັກຕາ, ໜອງປາ 339 ກວ່າເຮັກຕາ ໄດ້ຮັບຜົນເສຍຫາຍ. ຕໍ່ສະພາບດັ່ງກ່າວ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳເອົາເຮືອຈຳນວນໜຶ່ງເຂົ້າໄປຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບຢູ່ບ້ານໜອງດາ, ໂນນຂີ້ເຫລັກ, ຕາດທອງ ເມືອງສີໂຄດຕະບອງ, ບ້ານເວີນແຄນ ເມືອງປາກງື່ມ, ບ້ານແສນດິນ ເມືອງນາຊາຍທອງ ແລະ ບ້ານສົມສະໄໝ, ເວີນແທ່ນ ເມືອງໄຊທານີ ເພື່ອຊ່ວຍເຄື່ອນຍ້າຍວັດຖຸສິ່ງຂອງທີ່ມີຄ່າມາໄວ້ບ່ອນປອດໄພ. ນອກນີ້ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກໄປແຈກຢາຍໃຫ້ຜູ້ໄດ້ຮັບຜົນກະທົບດັ່ງກ່າວແລ້ວເປັນເງິນ 65 ລ້ານກວ່າກີບ, ເຄື່ອງນຸ່ງຫົ່ມ 19 ເປົາ, ນ້ຳດື່ມ 2.800 ກວ່າແກັດ, ໝີ່ແຫ້ງ 1.130 ກວ່າແກັດ, ເຂົ້າສານ 8.000 ກວ່າກິໂລ, ຖົງຊູຊີບ 180 ຊຸດ ແລະ ສິ່ງຂອງຈຳເປັນອື່ນໆອີກຈຳນວນໜຶ່ງ. ພ້ອມນີ້ ກໍໄດ້ແຕ່ງຕັ້ງຄະນະກຳມະການຕ້ານໄພນ້ຳຖ້ວມຂັ້ນເມືອງລົງຕິດຕາມບັນດາປະຕູນ້ຳຈຸດຕ່າງໆແຄມແມ່ນ້ຳຂອງ-ນ້ຳງື່ມທີ່ເຫັນວ່າມີການຮົ່ວຊຶມແມ່ນໃຫ້ເລັ່ງແກ້ໄຂຢ່າງຮີບດ່ວນ ເພື່ອບໍ່ໃຫ້ນ້ຳຍຶ່ງຖ້ວມເປັນບໍລິເວນກວ້າງໄດ້ງ່າຍ. ພ້ອມນີ້ ກໍໄດ້ກຽມກຳລັງທະຫານ, ຕຳຫລວດ ແລະ ຊາວໜຸ່ມ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຕະຫລອດ 24 ຊົ່ວໂມງ.

