ຕໍາຫລວດສາມາດຈັບຄົນຮ້າຍງັດສາຂາທະນາຄານພັດທະນາລາວແຂວງອຸດົມໄຊ

ທ້າວ ເຫວີຍຈູຊິງ ອາຍຸ 35 ປີສັນຊາດຈີນ ຢູ່ບ້ານລາພິງ ເມືອງກວາງລາ ແລະ ທ້າວ ຈາງລີຊວານ ອາຍຸ 35 ປີສັນຊາດຈີນ ຢູ່ບ້ານນູລີເມືອງເວີຍຊ່າງ ແຂວງຢຸນນານ ສປຈີນ, ຖືກເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ແລ້ວ, ພາຍຫລັງຮ່ວມກັນກໍ່ເຫດງັດສາຂາທະນາຄານພັດທະນາລາວແຂວງອຸດົມໄຊ ເມື່ອຕົ້ນເດືອນສິງຫາຜ່ານມານີ້, ແຕ່ບໍ່ໄດ້ຊັບສີນໄປ. ຈາກນັ້ນເຈົ້າໜ້າທີ່ແຂວງຫລວງນໍ້າທາ ກໍໄດ້ປະສານກັບເຈົ້າໜ້າທີ່ແຂວງອຸດົມໄຊ ເພື່ອຂໍນໍາຕົວພວກກ່ຽວມາສືບສວນ-ສອບສວນຕື່ມ ເນື່ອງຈາກກ່ອນໜ້ານັ້ນຢູ່ແຂວງຫລວງນໍ້າທາ ກໍເກີດມີສະພາບ ຄົນຮ້າຍເຄື່ອນໄຫວງັດທະນາຄານສົ່ງເສີມກະສິກຳສາຂາແຂວງຫລວງນ້ຳທາ, ງັດຕູ້ ATM ຂອງທະນາຄານດັ່ງກ່າວ, ງັດຫ້ອງການໜ່ວຍບໍລິການເມືອງວຽງພູຄາ ແລະ ງັດສາຂາທະນາຄານອິນໂດຈີນ, ພ້ອມທັງທຳຮ້າຍຮ່າງກາຍພະນັກງານເວນຍາມໄດ້ຮັບບາດເຈັບສາຫັດ, ຊຶ່ງຄາດວ່າຈະແມ່ນຄົນຮ້າຍກຸ່ມດຽວກັນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກເຂົາໄດ້ຮັບສາລະພາບວ່າ: ເບື້ອງຕົ້ນໄດ້ເຂົ້າມາລາວເພື່ອເປັນກຳມະກອນແບກຫາບຢາງພາລາຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ແລະ ໄດ້ເປີດຮ້ານອາຫານຢູ່ເຂດເສດຖະກິດສາມຫລ່ຽມຄຳມາໄດ້ປະມານ 1 ປີ. ຈາກນັ້ນໄດ້ກັບ ສປຈີນ. ຕົກມາຮອດທ້າຍເດືອນກໍລະກົດ 2017 ຜ່ານມາ, ໄດ້ຮູ້ຈັກກັບຄົນລາວຢູ່ເຂດຊັງຢອງເມືອງຫລ້າ ສປ ຈີນ ທີ່ເຄີຍເປັນກຳມະກອນນຳກັນ ຈຶ່ງໄດ້ຊັກຊວນກັນໄປຊອກງັດຕູ້ ATM ຢູ່ ລາວ, ມາຮອດຕົ້ນເດືອນສິງຫາ 2018 ພວກກ່ຽວໄດ້ຂີ່ລົດເກັງສີດຳ ໝາຍເລກທະບຽນ H7U 689 ໄປແຂວງຫລວງນ້ຳທາ, ໂດຍຜ່ານດ່ານສາກົນບໍ່ເຕັນ ແລ້ວໄປຊວນທ້າວ ຈາງລີຊວນ ທີ່ຖ້າຢູ່ດ່ານດັ່ງກ່າວ ເພື່ອພາກັນໄປແຂວງອຸດົມໄຊ ແລະ ໄດ້ຂີ່ລົດເລາະສັງເກດເປົ້າໝາຍບັນດາທະນາຄານພາຍໃນເທສະບານແຂວງ, ພໍໄປຮອດທະນາຄານພັດທະນາລາວ ໝູ່ທີ່ເປັນຄົນລາວໄດ້ບອກວ່າຈະຖ້າຢູ່ນອກ. ຈາກນັ້ນພວກກ່ຽວທັງ 2 ໄດ້ປີນຮົ້ວກຳແພງຂອງທະນາຄານແລ້ວເອົາເຊືອກທີ່ກຽມມາໂຍນຂຶ້ນໄປເກາະໃສ່ລະບຽງຊັ້ນສອງຈຶ່ງພາກັນປີນຂຶ້ນແລ້ວໃຊ້ຄີມຕັດລອກປະຕູເຂົ້າໄປພາຍໃນອາຄານທະນາຄານ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວກ່ອນ. ນອກນີ້, ພວກກ່ຽວຍັງໄດ້ຮັບສາລະພາບຕື່ມວ່າ: ໃນທ້າຍເດືອນມິຖຸນາ 2018 ຜ່ານມາໄດ້ຮ່ວມກັນເຄື່ອນໄຫວງັດຕູ້ເຊັບຂອງທະນາຄານສົ່ງເສີມກະສິກຳສາຂາແຂວງຫລວງນ້ຳທາ, ໄດ້ເງິນຈໍານວນ 75 ລ້ານກວ່າກີບ, 59 ພັນກວ່າບາດ (ສະກຸນເງິນໄທ) ແລະ 2.700 ກວ່າໂດລາສະຫະລັດ.
ປັດຈຸບັນ ຄະດີລັກຊັບລາຍນີ້, ເຈົ້າໜ້າທີ່ ພວມສະຫລຸບສໍານວນສົ່ງໄອຍະການສັ່ງຟ້ອງສານເພື່ອຕັດສີນລົງໂທດຕາມລະບຽບກົດໝາຍ.
