ທະນາຄານກາງເຕືອນໃຫ້ລະວັງຊື້-ຂາຍເງິນຄຣິບໂຕ
ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງເຖິງປະຊາຊົນ ຊາວຄ້າຂາຍ, ພະ ນັກງານ, ທະຫານ-ຕຳຫລວດ ໃນຂອບເຂດທົ່ວປະເທດຊາບວ່າ: ປັດຈຸບັນ ການພັດທະນາທາງດ້ານເຕັກໂນໂລຊີ ໄດ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວຢ່າງກ້ວາງຂວາງ, ເຊິ່ງໄດ້ມີການນຳເອົາເຕັກໂນໂລຊີ ມານຳໃຊ້ໃນການເຮັດທຸລະກຳທາງດ້ານການເງິນ ແລະ ພັດທະນາຮູບແບບການໃຫ້ບໍລິ ການທາງການເງິນໃນລັກສະນະຕ່າງໆ. ລວມທັງການກຳເນີດຂອງເງິນຄຣິບໂຕ ແລະ ສະກຸນເງິນອື່ນໆ.
ໃນ ສປປ ລາວ ກໍເລີ່ມມີການໂຄສະນາຊວນເຊື່ອ ໃຫ້ມີການນຳໃຊ້ເງິນຄຣິບ ໂຕ ເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການ, ມີການໂຄສະນາໃຫ້ລົງທຶນ ຊື້-ຂາຍ ຫລື ດຳເນີນທຸລະກຳທາງການເງິນ ທີ່ກ່ຽວຂ້ອງກັບເງິນຄຣິບໂຕ, ໂດຍອ້າງວ່າເປັນເງິນດີຈີຕອນທີ່ມີຄົນນິຍົມໃຊ້ໃນທົ່ວໂລກ. ດັ່ງນັ້ນ, ຫ້ອງການ ທະນາຄານ ແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງທຸກທ່ານຊາບວ່າ: ເງິນຄຣິບໂຕ ບໍ່ແມ່ນເງິນ ແລະ ບໍ່ແມ່ນເຄື່ອງມືທີ່ສາມາດນຳໃຊ້ ເພື່ອການສຳລະໜີ້ໄດ້ຕາມກົດໝາຍ ແລະ ຍັງບໍ່ມີນິຕິກຳທີ່ກຳນົດໃຫ້ພາກສ່ວນໃດເປັນຜູ້ຄຸ້ມຄອງວຽກງານດັ່ງກ່າວ ໃນ ສປປ ລາວ; ສະນັ້ນການລົງທຶນ ຊື້-ຂາຍ ເງິນຄຣິບໂຕ ປະຊາຊົນຄວນມີສະຕິລະວັງ ແລະ ສຶກສາຂໍ້ມູນໃຫ້ລະອຽດເລິກເຊິ່ງ ເພາະວ່າເງິນຄຣິບໂຕ ມີຄວາມສ່ຽງຫລາຍດ້ານ ເປັນຕົ້ນແມ່ນຄວາມສ່ຽງດ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ, ຄວາມສ່ຽງດ້ານລາຄາທີ່ຜັນຜວນສູງ, ຄວາມສ່ຽງທາງດ້ານເຕັກໂນໂລຊີ ແລະ ອາດເປັນຊ່ອງທາງຂອງກຸ່ມຄົນບໍ່ດີ ໃຊ້ເພື່ອຫລອກລວງ ຫລື ສໍ້ໂກງປະຊາຊົນໄດ້.

