ເສດຖະກິດອິນເດຍຂະຫຍາຍຕົວ 8,2%

ເສດຖະກິດອິນເດຍເຕີບໃຫຍ່ 8,2% ໃນໄຕມາດທຳອິດຂອງປີງົບປະມານ 2018-2019 ແລະ ກຳລັງຈະແຊງອັງກິດ ຂຶ້ນເປັນປະເທດເສດຖະກິດຂະໜາດໃຫຍ່ສຸດອັນດັບ 5 ຂອງໂລກໃນປີໜ້າ.
ຂໍ້ມູນຢ່າງເປັນທາງການຂອງສຳນັກງານສະຖິຕິກາງ (CSO) ອິນເດຍ ເຜີຍແຜ່ໃນວັນທີ 31 ສິງຫາຜ່ານມາ ສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດ ເສດຖະກິດຂະໜາດໃຫຍ່ສຸດອັນດັບ 3 ຂອງອາຊີ ຂະຫຍາຍຕົວ 8,2% ລະຫວ່າງເດືອນເມສາ-ມິຖຸນາຜ່ານມາ ດີຂຶ້ນຈາກ 7,7% ໃນໄຕມາດກ່ອນໜ້າ.
ຕົວເລກຫລ້າສຸດ ເຊິ່ງເປັນອັດຕາເຕີບໃຫຍ່ສູງສຸດຂອງອິນເດຍໃນຮອບ 8 ໄຕມາດ ເພີ່ມຂຶ້ນຈາກ 5,6% ໃນໄລຍະເວລາດຽວກັນຂອງປີຜ່ານມາ ເຮັດໃຫ້ອິນເດຍເພີ່ມສະຖານະຄວາມເປັນໜຶ່ງໃນປະເທດເສດຖະກິດເຕີບໃຫຍ່ໄວທີ່ສຸດໃນໂລກ.
ອິນເດຍກາຍເປັນປະເທດເສດຖະກິດຂະໜາດໃຫຍ່ສຸດອັນດັບ 6 ຂອງໂລກໃນປີ 2017, ຊຸກຝຣັ່ງລົງໄປຢູ່ອັນດັບ 7 ຈາກຂໍ້ມູນຂອງທະນາຄານໂລກ ເປີດເຜີຍໃນເດືອນຜ່ານມາ ໂດຍ GDP ຂອງອິນເດຍບັນລຸ 2.597 ຕື້ໂດລາສະຫະລັດ, ສ່ວນຝຣັ່ງບັນລຸ 2.582 ຕື້ໂດລາສະຫະລັດ.
ອາເມລິກາເປັນປະເທດເສດຖະກິດອັນດັບ 1 ຂອງໂລກໃນປັດຈຸບັນ, ຖັດມາແມ່ນຈີນ, ຍີ່ປຸ່ນ ແລະ ເຢຍລະມັນ, ສ່ວນອັງກິດຢູ່ອັນດັບ 5 ຈາກຕົວເລກ GDP 2.622 ຕື້ໂດລາສະຫະລັດ ໃນປີຜ່ານມາ.
ທ່ານ ອາລຸນ ແຈລີ ລັດຖະມົນຕີກະຊວງການເງິນອິນເດຍ ກ່າວວ່າ: ປີໜ້າອິນເດຍຈະແຊງອັງກິດຂຶ້ນສູ່ອັນດັບ 5 ແລະ ຂຶ້ນສູ່ອັນດັບ 3 ປະມານປີ 2030.

