ຈີນເລີ່ມແຜນສະກັດ ຂ່າວປອມທາງອອນລາຍ

ທາງການຈີນເລີ່ມເດີນໜ້າມາດຕະການສະກັດຂ່າວປອມເຊັ່ນ: ແອບມືຖືທີ່ໃຫ້ປະຊາຊົນຊ່ວຍກັນລາຍງານຂ່າວລືທາງອອນລາຍ ແລະ ໃຊ້ປັນຍາປະດິດ (AI) ເພື່ອລະບຸທີ່ມາຂອງລາຍງານ ແລະ ຊ່ວຍຄັດເລືອກຂ່າວຈິງ. ຂະນະທີ່ລັດຖະບານຈີນປາບປາມການເຜີຍແຜ່ເນື້ອໃນທີ່ທຳລາຍຄວາມສະຫງົບສຸກໃນສັງຄົມ.
ມາດຕະການດັ່ງກ່າວ ເຊິ່ງເລີ່ມມາແຕ່ວັນທີ 29 ສິງຫານີ້ ມີຂຶ້ນໃນຂະນະທີ່ຈີນເລີ່ມການກວດສອບທາງອິນເຕີເນັດ ໂດຍສະເພາະສັງຄົມອອນລາຍທີ່ມີຜູ້ສະແດງຄວາມຄິດເຫັນທາງການເມືອງ ແລະ ບັນຫາລະອຽດອ່ອນອື່ນໆ ທັງທີ່ມີການຄວບຄຸມຢ່າງເຂັ້ມງວດ. ແຜນສະກັດຂ່າວປອມປະກອບມີທາງເວັບໄຊ ແລະ ແອບມືຖື ລວມທັງເວັບເວ່ຍໂປ໋ ແລະ ວີແຊັດ ສັງຄົມອອນລາຍຍັກໃຫຍ່ຂອງຈີນ. ໂຄງການເວັບພີເຢົາຂອງລັດຖະບານຈີນຈະອອກອາກາດຂ່າວຈິງ, ລາຍງານຂ່າວອ້າງອີງຈາກສື່ທາງການ, ໜັງສືພິມທ້ອງຖິ່ນ ແລະ ໜ່ວຍງານຂອງລັດເທົ່ານັ້ນ. ຂໍ້ມູນທາງການຈີນລະບຸວ່າ: ຜູ້ກວດສອບອິນເຕີເນັດໄດ້ຮັບແຈ້ງຂໍ້ມູນປອມ ແລະ ບໍ່ຖືກຕ້ອງເຖິງ 6,7 ລ້ານເລື່ອງໃນເດືອນກໍລະກົດ, ສ່ວນຫລາຍມາຈາກຊິນາທີ່ໃຫ້ບິການເວ່ຍໂປ໋ ແລະ ເທນເຊນທີ່ໃຫ້ບໍລິການວີແຊັດ, ໄປ່ຕູ່ ແລະ ອາລີບາບາ.

