ທ່ານ ທຣຳ ຍອມຫລຸດຜ່ອນໂກຕານຳເຂົ້າ ເຫລັກ ແລະ ອາລູມີນຽມບາງປະເທດ

ກະຊວງການຄ້າອາເມລິກາຖະແຫລງວ່າ: ປະທານາທິບໍດີ ໂດນັລ ທຣຳ ໄດ້ລົງນາມໃນປະກາດອະນຸຍາດຫລຸດຜ່ອນໂກຕານຳເຂົ້າສິນຄ້າເຫລັກ ແລະ ອາລູມີນຽມຈາກບາງປະເທດແລ້ວ.
ຖະແຫລງການກະຊວງການຄ້າອາເມລິກາລະບຸວ່າ: ປະທານາທິບໍດີ ທຣຳ ເຊິ່ງປະກາດເກັບລາຄາສິນຄ້ານຳເຂົ້າປະເພດເຫລັກ ແລະ ອາລູມີນຽມ ໃນເດືອນມີນາ ໄດ້ລົງນາມໃນປະກາດຫລຸດຜ່ອນໂກຕານຳເຂົ້າສິນຄ້າເຫລັກຈາກ ສ.ເກົາຫລີ, ເບຣຊິນ ແລະ ອາກຊັງຕິນ ລວມທັງໂກຕານຳເຂົ້າສິນຄ້າອາລູມີນຽມຈາກອາກຊັງຕິນ. ຖະແຫລງການລະບຸວ່າ: ບໍລິສັດຕ່າງໆສາມາດຂໍຍົກເວັ້ນສິນຄ້າໄດ້ຕາມປະລິມານ ແລະ ຄຸນນະພາບທີ່ສາມາດຕົກລົງກັນໄດ້ຈາກຜູ້ປະກອບການເຫລັກ ແລະ ອາລູມີນຽມອາເມລິກາ.

