ເນມາ ອາດຍ້າຍຮ່ວມ ຣີລ ມາດຣີດ ລະດູການນີ້

ເນມາ ກອງໜ້າທີມຊາດບຣາຊິລ ສັງກັດຢູ່ສະໂມສອນ ປາຣີສ ແຊງແຊກແມງ ເປີດໃຈເລື່ອງໂອກາດຍ້າຍຮ່ວມສະໂມສອນ ຣີລ ມາດຣີດ ໃນອາທິດນີ້ ກ່ອນຕະຫລາດຊື້-ຂາຍນັກເຕະຈະປິດໃນທ້າຍເດືອນນີ້.
ປັດຈຸບັນ ເນມາ ຕົກເປັນຂ່າວກ່ຽວກັບການຍ້າຍສະໂມສອນ ຣີລ ມາດຣິດ ສະໂມສອນຊື່ດັງໃນລີກສະເປນ ເພື່ອເປັນຕົວຕາຍຕົວແທນຂອງ ຄຣິສເຕຍໂນ ໂຣນັລໂດ ທີ່ຍ້າຍໄປຮ່ວມກັບສະໂມສອນ ຢູເວນຕຸດ ສະໂມສອນດັງໃນລີກອີຕາລີ.

