ໂຊຣັບ ໂມຣາດີ້ ທຳລາຍສະຖິຕິ ຍົກນໍ້າໜັກໂລກເອຊຽນເກມ 2018

ໂຊຣັບ ໂມຣາດີ້ (Sohrab Moradi) ນັກກິລາຍົກນໍ້າໜັກ ປະ​ເທດອີຣານ ອາຍຸ 29 ປີ ສາມາດທຳລາຍສະຖິຕິໂລກທ່າ Snatch ໃນເອຊຽນເກມ 2018 ທີ່ອິນໂດເນເຊຍ ດ້ວຍນໍ້າໜັກ 189 ກິໂລ ທຳລາຍສະຖິຕິເກົ່າຂອງ ອາກາກີອັອສ ກາເກຍສະວີລິສ (Akakios Kakiasvilis) ຈາກເກຣັກ (Greece) ທີ່ສ້າງໄວ້ໃນປີ 1999 ດ້ວຍນໍ້າໜັກ 188 ກິໂລ.

ໂຊຣັບ ໂມຣາດີ້ ຍາດ​ໄດ້ຫລຽນຄຳກິລາຍົກນໍ້າຫນັກ ລຸ້ນ 94 ກິໂລ ໃນເອຊຽນເກມ 2018 ລວມ 2 ທ່າ 410 ກິໂລ ທ່າ Snatch 189 ກິໂລ ແລະ ທ່າ Clean ​ແລະ Jerk 221 ກິໂລ.