ອີຣານ ແລະ ຊີຣີ ລົງນາມ ການຮ່ວມມືດ້ານການທະຫານ

ສຳນັກຂ່າວທາສມິມຂອງອີຣານ ລາຍງານໃນວັນທີ 27 ສິງຫານີ້ວ່າ: ອີຣານ ແລະ ຊີຣີ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືດ້ານການທະຫານໃນການຫາລືລະຫວ່າງລັດຖະມົນຕີປ້ອງກັນປະເທດສອງຝ່າຍ ທີ່ນະຄອນຫລວງກາມັດກັດ.
ທ່ານ ອາມີ ຮາທາມິ ລັດຖະມົນຕີປ້ອງກັນປະເທດອີຣານ ໄດ້ເດີນທາງໄປນະຄອນຫລວງດາມັດກັດ ໃນວັນທີ 26 ສິງຫາ ເພື່ອຢ້ຽມຢາມເປັນເວລາ 2 ວັນ ໂດຍໄດ້ເຂົ້າພົບປະທານາທິບໍດີ ບາຊາ ອານອັດຊັດ ແລະ ເຈົ້າໜ້າທີ່ລະດັບສູງດ້ານການທະຫານຂອງຊີຣີ. ກອງທັບອີຣານໄດ້ໃຫ້ການສະໜັບສະໜູນລັດຖະບານປະທານາທິບໍດີ ອັດຊາດ ໃນສົງຄາມທີ່ຊີຣີ, ແຕ່ສຳນັກຂ່າວທາສນິມບໍ່ໄດ້ເປີດເຜີຍລາຍງານກ່ຽວກັບການຮ່ວມມືດ້ານການທະຫານລະຫວ່າງອີຣານກັບຊີຣີ. ກ່ອນໜ້ານີ້ ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ກ່າວວ່າ: ອີຣານຄວນຖອນກຳລັງທະຫານອອກຈາກຊີຣີ, ສ່ວນເຈົ້າໜ້າທີ່ອາວຸໂສອີຣານ ກ່າວວ່າ: ການປະຈຳການຂອງກອງກຳລັງອີຣານໃນຊີຣີເປັນໄປຕາມທີ່ລັດຖະບານປະທານາທິບໍດີ ອັດຊັດ ຮ້ອງຂໍມາ ແລະ ຍັງບໍ່ມີແຜນຈະຖອນກຳລັງທະຫານໃນເວລານີ້.

