ກູບາຈະເປີດໃຫ້ບໍລິສັດຕ່າງປະເທດ ເຂົ້າດຳເນີນໂຄງການທາງລົດໄຟ

ກູບາສົ່ງສັນຍານສະແດງຄວາມເຕັມໃຈທີ່ຈະເປີດໂອກາດໃຫ້ບໍລິສັດຕ່າງປະເທດເຂົ້າມາດຳເນີນໂຄງການລົດໄຟ ໂດຍເປັນສ່ວນໜຶ່ງຂອງມາດຕະການປະຕິຮູບເສດຖະກິດຂອງປະເທດ.
ເຈົ້າໜ້າທີ່ກະຊວງຂົນສົ່ງກູບາ ເປີດເຜີຍຕໍ່ໜັງສືພິມແກຣນມາຂອງທາງການ ລະບຸວ່າ: ກູບາຈະອະນຸຍາດໃຫ້ຜູ້ປະກອບການນັບແຕ່ 1 ລາຍຂຶ້ນໄປ ເຂົ້າດຳເນີນໂຄງການລົດໄຟທັງໝົດ ຫລື ພຽງບາງສ່ວນ ແລະ ຈະອະນຸຍາດໃຫ້ບໍລິສັດຕ່າງປະເທດເຂົ້າຮ່ວມການປະມູນໂຄງການນຳອີກ. ກູບາອອກຄຳສັ່ງດັ່ງກ່າວປະມານ 1 ປີຜ່ານມາ ໃນລັດຖະບານຂອງອະດີດປະທານາທິບໍດີ ຣາອູລ ຄາສໂຕຣ ແຕ່ຫາກໍມີການເປີດເຜີຍຢ່າງເປັນທາງການໃນວັນທີ 21 ສິງຫາ. ທັງນີ້ ທ່ານ ຄາສໂຕຣ ກ້າວລົງຈາກຕຳແໜ່ງໃນເດືອນເມສາ ປັດຈຸບັນການດຳເນີນງານລະບົບລົດໄຟຢູ່ພາຍໃຕ້ການຄວບຄຸມຂອງກົມລົດໄຟກູບາ.
ກູບາເລີ່ມເປີດເວທີສະແດງຄວາມຄິດເຫັນສາທາລະນະກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່ໃນເດືອນນີ້ ເຊິ່ງຖືເປັນເທື່ອທຳອິດທີ່ຍອມໃຫ້ຜູ້ປະກອບທຸລະກິດ ແລະ ນັກລົງທຶນເອກະຊົນເຂົ້າມາມີບົດບາດໃນເສດຖະກິດຂອງກູບາ. ກູລາກຽມຈະຈັດການລົງປະຊາມະຕິກ່ຽວກັບລັດຖະທຳມະນູນໃໝ່ໃນວັນທີ 24 ກຸມພາປີໜ້າ.

