ຊີດານ ກຽມຄຸມທີມ ແມນຢູ

ຜູ້ຈັດການທີມສະໂມສອນ ຣີລ ມາດຣິດ ພ້ອມແລ້ວທີ່ຈະມາຄຸມທີມສະໂມສອນ ແມນ​ເຊັສເຕີ ຢູໄນເຕັດ ຕໍ່ຈາກ ໂຊເຊ ມູຣິນໂຢ.

ສໍາງານຂ່າວດັງຂອງປະເທດຝຣັ່ງ ເປີດເຜີຍວ່າ: ຊີເນດິນ ຊີດານ ອະດີດຜູ້ຈັດການທີມສະໂມສອນ ຣີລ ມາດຣິດ ເຊິ່ງປັດຈຸບັນກໍາລັງພິຈາລະນາເຖິງການມາຄຸມທີມອີກຄັ້ງໃນ ພຣີເມຍລີກ ອັງກິດ ກັບສະໂມສອນ ແມນ​ເຊັສ​ເຕີ ຢູໄນເຕັດ. ຂະນະ​ທີ່​ປັດຈຸ​ບັນ ​ໂຊ​ເຊ ມູຣິນ​ໂຢ ກໍາລັງ​ຄຸມ​ທີ​ມສະ​ໂມ​ສອນ​ດັ່ງກ່າວ​ຢູ່ ​ແຕ່​ວ່າ​ມີ​ກະ​ແສ​ຂ່າວ​ຮຽກຮ້ອງ​ໃຫ້​ທາງ​ສະ​ໂມ​ສອນ​ປົດ​ຕໍາ​ແໜ່​ງອອກ ​ຫລັງ​ຄຸມ​ທີ​ມມາ​ເປັນ​ເວລາ 2 ປີ ​ແຕ່​ຜົນງານ​ບໍ່​ດີ.

ຫລ້າ​ສຸດ ຕາມ​ການ​​ເປີດ​​ເຜີຍ​ວ່າ: ຊີ​ດານ ຄື​ເຕັ່ງ 1 ທີ່​ຈະ​ມາ​ຄຸມ​ທີ​ມຕໍ່​ຈາກ ​ໂຊ​ເຊ ມູຣິນ​ໂຢ ​ເຊິ່ງອະດີ​ດຜູ້​ຈັດການ​ທີ​ມສະ​ໂມ​ສອນ ຣີລ ມາດຣິດ ຖືກຕ້ອງ​ຕາມ​ສະ​ເປັກ​ຂອງ​ປະທານ​ສະ​ໂມ​ສອນ ​​ແມນ​ຢູ ພາຍຫລັງ​ສ້າງ​ປະຫວັດສາດພາ ຣີລ ມາດຣິດ ຍາດ​ໄດ້​ແຊ້ມ​ເອີຣົບຖ້ວຍ​ໃຫຍ່ 3 ປີ​ຊ້ອນ.