ຈີນ-ຣັດເຊຍ ສະກັດອາເມລິກາ ເພີ່ມຂວ້ຳບາດ ສປປ ເກົາຫລີ

ຈີນ ແລະ ຣັດເຊຍ ຄັດຄ້ານຄວາມພະຍາຍາມຂອງອາເມລິກາ ເຊິ່ງຕ້ອງການໃຫ້ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດຂຶ້ນບັນຊີດຳທະນາຄານຂອງຣັດເຊຍແຫ່ງໜຶ່ງ ແລະ ນັກການທະນາຄານຊາວ ສປປ ເກົາຫລີ.
Russia, China object to U.S. proposal to blacklist Russian bank at U.N.: diplomats https://t.co/AeTOgbO2TM
— Reuters (@Reuters) August 10, 2018
ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການດ້ານການຂວ້ຳບາດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ປະຊຸມກັນໃນວັນທີ 9 ສິງຫາ ແລະ ບໍ່ສາມາດບັນລຸມະຕິເພື່ອຮັບຮອງມະຕິທີ່ອາເມລິກາສະເໜີເຂົ້າສູ່ກອງປະຊຸມ ໃຫ້ອາຢັດຊັບສິນຂອງທະນາຄານອາໂກຣໂຊຍຸ ຂອງຣັດເຊຍ ເຊິ່ງຕ້ອງສົງໄສລັກລອບເຮັດທຸລະກຳຮ່ວມກັບ ສປປ ເກົາຫລີ ແລະ ການຂຶ້ນບັນຊີດຳທ່ານ ຣີ ຈອງວອນ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດ (FTB) ເນື່ອງຈາກຣັດເຊຍ ແລະ ຈີນ ເຊິ່ງເປັນສະມາຊິກຖາວອນຂອງ UNSC ບໍ່ເຫັນພ້ອມຕໍ່ການສະເໜີຂອງອາເມລິກາ.
▪CLASHING ON SANCTIONS
N. Korea, U.S. clash on #sanctions at #ARF#NorthKorea #US pic.twitter.com/qrVCe8tUZT
— Arirang News (@arirangtvnews) August 6, 2018
ຂະນະດຽວກັນ, ສປປ ເກົາຫລີ ອອກຖະແຫລງການຕຳໜິຂໍ້ຮຽກຮ້ອງຂອງອາເມລິກາ ທີ່ຕ້ອງການໃຫ້ບັນດາປະເທດເດີນໜ້າຂວ້ຳບາດ ສປປ ເກົາຫລີ ຕໍ່ໄປ, ທັງທີ່ການພົວພັນລະຫວ່າງ ສປປ ເກົາຫລີ ກັບ ອາເມລິກາ ກຳລັງພັດທະນາໄປດ້ວຍດີ ແລະ ຖ້າອາເມລິກາຍັງຍຶດຕິດກັບທ່າທີເດີມທີ່ເຄີຍເປັນປໍລະປັກກັບ ສປປ ເກົາຫລີ ບໍ່ຄວນຈະຄາດຫວັງເຖິງຄວາມຄືບໜ້າໃນການຍົກເລີກໂຄງການນິວເຄຼຍ. ຖະແຫລງການລະບຸອີກວ່າ: ສປປ ເກົາຫລີ ໄດ້ຢຸດການທົດລອງນິວເຄຼຍ ແລະ ລູກສອນໄຟແລ້ວ ແລະ ຍັງທຳລາຍຖານທົດລອງ ແລະ ສົ່ງສົບທະຫານອາເມລິກາບາງສ່ວນຄືນໃຫ້ອາເມລິກາແລ້ວ, ແຕ່ອາເມລິກາພັດຕອບແທນໂດຍການໃຫ້ບັນດາປະເທດຮ່ວມກັນຂວ້ຳບາດ ແລະ ກົດດັນ ສປປ ເກົາຫລີ.

