22 ເຄັດລັບຊ່ວຍໃຫ້ທ່ານກາຍເປັນຄົນຮັກການຮຽນຮູ້

ການຮຽນຮູ້ບໍ່ໄດ້ເກີດຂຶ້ນເອງໂດຍບັງເອີນຈາກສິ່ງອ້ອມໂຕ ແຕ່ເປັນການເກັບກ່ຽວຄວາມຮູ້ຈາກສິ່ງທີ່ເກີດຂຶ້ນອ້ອມໂຕມາໃຫ້ໄດ້ຫລາຍທີ່ສຸດ ເຊິ່ງມັນບໍ່ໄດ້ເປັນສິ່ງທີ່ເກີດຂຶ້ນເອງໂດຍອັດຕະໂນມັດ ເພາະຫາກເປັນແນວນັ້ນ ປານນີ້ເຮົາຄົງໄດ້ຮຽນຮູ້ສິ່ງທີ່ເຮັດໃຫ້ເຮົາພິເສດ ແລະ ສຸດຍອດກ່ວາໃຜໆໄປແລ້ວ. ການຮຽນຮູ້ຕ້ອງອາໄສຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງແຮງກ້າ. ດັ່ງນັ້ນ, ທ່ານຈຶ່ງຕ້ອງເບິ່ງວ່າຊີວິດກໍເປັນດັ່ງຫ້ອງທົດລອງສ່ວນໂຕຂອງທ່ານເອງ. ທ່ານບໍ່ອາດລໍຖ້າໃຫ້ຄຳຕອບເກີດຂຶ້ນມາດ້ວຍໂຕມັນເອງໄດ້, ແຕ່ຕ້ອງອອກຕາມຫາມັນຈາກສິ່ງທີ່ຢູ່ອ້ອມໂຕ ທ່ານບໍ່ອາດຈະຮຽນຮູ້ພຽງແຕ່ເວລາທີ່ຢາກຮຽນ ແລະ ຕ້ອງບໍ່ເລືອກສະເພາະເລື່ອງທີ່ທ່ານຢາກຮູ້ເທົ່ານັ້ນ ເພາະຄວາມຕັ້ງໃຈທີ່ຈະຮຽນຮູ້ກັບຄວາມຫວັງທີ່ຈະໄດ້ຮູ້ນັ້ນແຕກຕ່າງກັນ ການເປັນຄົນຮັກການຮຽນຮູ້ແມ່ນການເຮັດຄວາມເຂົ້າໃຈສິ່ງທີ່ເກີດຂຶ້ນໃນຊີວິດ ທັງດີ ແລະ ບໍ່ດີ ແລະ ໃຊ້ໄລຍະເວລາທີ່ບໍ່ດີໃນການວາງແຜນເພື່ອອະນາຄົດທີ່ດີຂຶ້ນ ແລະ ບາງເທື່ອທ່ານກໍຕ້ອງຮຽນຮູ້ບົດຮຽນເກົ່າຊຳ້ອີກ ແຕ່ດ້ວຍວິທີການທີ່ແຕກຕ່າງກັນໄປ ແລະ ຕໍ່ໄປນີ້ແມ່ນ 22 ເຄັດລັບທີ່ຈະຊ່ວຍໃຫ້ທ່ານກາຍເປັນຄົນຮັກການຮຽນຮູ້ :
- ໝັ່ນຈົດບັນທຶກສັ້ນໆ (Short note) ເວລາທີ່ອ່ານໜັງສື.
- ພະຍາຍາມເປັນທີ່ປຶກສາ ຫລື ຜູ້ຊ່ວຍສອນຄວາມຮູ້ໃຫ້ຜູ້ອື່ນສະເໝີ.
- ຫາທີ່ປຶກສາສ່ວນໂຕເພື່ອພັດທະນາສັກກະຍະພາບຕົນເອງ.
- ເປີດໃຈຮັບຟັງຄວາມຄິດເຫັນຕ່າງໆ ແມ່ນແຕ່ຄວາມຄິດເຫັນທີ່ຂັດແຍ່ງກັບກະແສຫລັກກໍຕາມ.
- ກ້າຖາມຄຳຖາມສຸ່ມສ່ຽງໃນພື້ນທີ່ໆເຕັມໄປດ້ວຍຜູ້ຄົນ.
- ຂໍຄວາມຊ່ວຍເຫລືອຜູ້ຮູ້ ເມື່ອເຖິງຍາມລຳບາກ.
7 . ຂຽນບັນທຶກ 5 ບົດຮຽນສຳຄັນທີ່ທ່ານປະສົບຄວາມລົ້ມເຫລວມາໃນເທື່ອກ່ອນ.
- ເຊົາສະແດງພຶດຕິກຳວ່າທ່ານຮູ້ທຸກຢ່າງ ໂດຍທີ່ທ່ານບໍ່ຮູ້ຫຍັງເລີຍ.
- ຂອບໃຈ ແລະ ລະນຶກເຖິງບົດຮຽນດີໆທີ່ເຂົ້າມາຢ່າງບໍ່ທັນຕັ້ງໂຕ.
- ຈັດລຽງລຳດັບ ແລະ ເຮັດລາຍການໜັງສືທີ່ຢາກອ່ານຢ່າງຕໍ່ເນື່ອງ.
- ຢ່າຢຸດຖາມຄຳວ່າ ເປັນຫຍັງ ? ຍ້ອນຫຍັງ ? ໝັ່ນຕັ້ງຄຳຖາມໄວ້ຕະຫລອດ.
- ພະຍາຍາມແບ່ງປັນຄວາມຮູ້ດີໆທີ່ທ່ານໄດ້ຮັບມາໃຫ້ຜູ້ອື່ນຢູ່ສະເໝີ.
- ຫາເວລາດື່ມກາເຟກັບໝູ່ແດ່ ພ້ອມກັບຮຽນຮູ້ແນວຄິດ ແລະ ຄວາມສາມາດທີ່ພວກເຂົາມີ.
- ຫລຸດການເບິ່ງໂທລະພາບລົງ ແລ້ວຫາແນວອື່ນທີ່ສ້າງສັນເຮັດແທນ.
- ໄປທ່ອງທ່ຽວພິພິດຕະພັນ ຫລື ສະຖານທີ່ຕ່າງໆ ແລ້ວຖ່າຍຮູບເກັບມ້ຽນຫລາຍໆ.
- ຈົດບັນທຶກບົດຮຽນຊີວິດຕ່າງໆທີ່ທ່ານໄດ້ຮັບມາເປັນປະຈຳ.
- ອ່ານໜັງສືພິມທັງອອນລາຍ ແລະ ອັອຟລາຍ, ໝັ່ນຕິດຕາມຂ່າວສານບ້ານເມືອງ.
- ຫັນມາໃຊ້ຄຳສັບໃໝ່ໆທີ່ພົບມາໃນຊີວິດປະຈຳວັນ.
- ຫລຸດການຢູ່ກັບໂລກອອນລາຍ ແລ້ວຫັນມາອ່ານໜັງສືແທນໃຫ້ຫລາຍຂຶ້ນຕື່ມ.
- ຖ່ອມໂຕຫລາຍໆ ເມື່ອທ່ານຮູ້ໃນສິ່ງທີ່ຄົນອື່ນບໍ່ຮູ້.
- ຫັນມາຫລິ້ນກິລາ, ດົນຕີ ຫລື ຫາກິດຈະກຳທີ່ມັກໃນຍາມວ່າງໃຫ້ເກີດປະໂຫຍດທີ່ສຸດເຮັດ.
- ທ້າທາຍຂີດຈຳກັດຂອງສັກກະຍະພາບຄວາມຮູ້ຂອງຕົນເອງ ໂດຍການຫາຄວາມຮູ້ ແລະ ກິດຈະກຳທີ່ກ່ຽວຂ້ອງໃຫ້ເລິກເຊິ່ງໄປອີກຂັ້ນໜຶ່ງ.

