ລັດຖະບານພວມແຕ່ງຕັ້ງຄະນະສືບສວນ-ສອບສວນສາເຫດຂອງການເກີດໄພນ້ຳຖ້ວມເມືອງສະໜາມໄຊ

ໃນກອງປະຊຸມຖະແຫລງຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 7 ສິງຫານີ້ ຢູ່ສູນຮ່ວມມືສາກົນ ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ໃນປັດຈຸບັນນີ້ ນອກຈາກລັດຖະບານພວມສຸມໃສ່ແກ້ໄຂໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊແຂວງອັດຕະປືຢ່າງເຄັ່ງຮ້ອນແລ້ວ, ໃນຂະນະດຽວກັນ ລັດຖະບານກໍພວມຮີບຮ້ອນແຕ່ງຕັ້ງຄະນະສືບສວນ-ສອບສວນສາເຫດທີ່ພາໃຫ້ເກີດໄພພິບັດດັ່ງກ່າວນັ້ນມັນດ້ວຍເຫດຜົນອັນໃດແທ້ຈຶ່ງພາໃຫ້ເຂື່ອນນ້ອຍເກັບກັກນ້ຳຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍທະລຸລົງມາຖ້ວມເມືອງດັ່ງກ່າວ ອັນໄດ້ສົ່ງຜົນເສຍຫາຍຕໍ່ຊີວິດ-ຊັບສິນຂອງປະຊາຊົນຜູ້ຢູ່ອາໄສໃນເຂດນັ້ນໄປຢ່າງຫລວງຫລາຍ. ພ້ອມນັ້ນ ກໍຈະແຕ່ງຕັ້ງຄະນະກຳມະການກວດກາຄຸ້ມຄອງຄຸນນະພາບຂອງບັນດາເຂື່ອນໄຟຟ້າໃນລາວ 50 ແຫ່ງທີ່ສ້າງສຳເລັດແລ້ວໃຫ້ຢູ່ໃນສະພາບດີ ແລະ ສ້າງຄວາມໝັ້ນໃຈໃຫ້ສັງຄົມໄດ້, ພ້ອມທັງຈະໄດ້ກວດກາຄືນການອອກແບບກໍ່ສ້າງຂອງບັນດາເຂື່ອນຕ່າງໆທີ່ພວມກຳລັງກໍ່ສ້າງຢູ່ໃນປັດຈຸບັນໃຫ້ຮັບປະກັນ ນັບທັງການບໍລິຫານຈັດການນ້ຳ, ການເຝົ້າລະວັງ-ເຕືອນໄຟ ເພື່ອບໍ່ໃຫ້ເກີດມີເຫດການດັ່ງກ່າວຂຶ້ນຕື່ມອີກ ແລະ ລັດຖະບານໄດ້ສັ່ງໂຈະໂຄງການ MOU ຕ່າງໆໃນການສຳຫລວດກໍ່ສ້າງເຂື່ອນຕ່າງໆໃນລາວ ເພື່ອຈະໄດ້ກວດກາໃຫ້ໄດ້ມາດຕະຖານດີຂຶ້ນ.

