ໂຮງໝໍແຂວງອັດຕະປື ຕ້ອງການເຄື່ອງມືການແພດທີ່ຈຳເປັນເພື່ອຊ່ວຍປິ່ນປົວຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໂຮງໝໍແຂວງ ອັດຕະປື ເປັນອີກສູນໜຶ່ງ ຮັບເອົາຄົນເຈັບທີ່ຖືກກະທົບ ຈາກໄພທຳມະຊາດຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື, ເຊິ່ງມາຮອດປັດຈຸບັນມີຜູ້ເຂົ້າຮັກສາ ແລະ ປິ່ນປົວແລ້ວຫລາຍກວ່າ 300 ຄົນ. ຂະນະທີ່ປັດຈຸບັນທາງສູນ ຍັງມີຄວາມຈໍາເປັນ ແລະ ຕ້ອງການເຄື່ອງມືການແພດ ຫລາຍຢ່າງເພື່ອສາມາດເຮັດວຽກບໍລິການປິ່ນປົວຜູ້ເຈັບປ່ວຍໄດ້ປອດໄພ ເຊັ່ນ: ລໍ້ຍູ້ຄົນເຈັບ, ຫລັກຕັ້ງສາຍສົ່ງນໍ້າເກືອ ແລະ ຢາປົວພະຍາດປະເພດຕ້ານເຊື້ອ, ນໍ້າຢາລ້າງບາດ ແລະ ຢາກິນຈໍານວນໜຶ່ງ.
ຮອງຫົວໜ້າຂະແໜງພາຍໃນ ໂຮງໝໍແຂວງອັດຕະປື, ທັງເປັນຄະນະທີມງານຕ້ານໄພພິບັດນໍ້າຖ້ວມໃນຄັ້ງນີ້ໃຫ້ຮູ້ວ່າ: ສະເພາະທີມງານຂອງຕົນທີ່ໄດ້ຮັບແຕ່ງຕັ້ງ ມີ 6 ທ່ານ, ເພື່ອເຮັດໜ້າທີ່ບໍລິການປິ່ນປົວຄົນເຈັບຈາກໄພນ້ຳຖ້ວມຄັ້ງນີ້, ສົ່ງມາແຕ່ ເມືອງ ສະໜາມໄຊ, ຊຶ່ງນັບແຕ່ມື້ເກີດເຫດດັ່ງກ່າວມາຮອດປັດຈຸບັນ ໄດ້ມີຄົນເຈັບເຂົ້າມາແຕ່ລະມື້, ໂດຍສ່ວນໃຫຍ່ແມ່ນຖືກ ກະທົບຈາກຂອງແຂງ, ພະຍາດຖອກທ້ອງ, ອັກເສບປອດ, ເປັນຕຸ່ມ ແລະ ອື່ນໆ. ຊຶ່ງຢູ່ສູນໂຮງໝໍແຫ່ງນີ້ໄດ້ມີຊ່ຽວຊານອາສາສະໝັກ ຈາກ ສ.ເກົາຫລີ 3 ຄົນ, ສສ. ຫວຽດນາມ 6 ຄົນຊ່ວຍໃນການປິ່ນປົວ.
ຂ່າວຍັງໃຫ້ຮູ້ວ່າ: ໃນວັນທີ 5 ສິງຫາ ນີ້, ຄະນະກຳມະການກູ້ໄພພິບັດແຂວງ ອັດຕະປື ໄດ້ລາຍງາຍການຄົ້ນຫາຜູ້ສູນຫານ ແລະ ເສຍຊີວິດ ຈາກເຫດຮ້າຍດັ່ງກ່າວ ວັນທີ 23 ກໍລະກົດ ຫາ 5 ສິງຫາ ນີ້, ສາມາດພົບເຫັນສົບຜູ້ເສຍຊີວິດ 34 ຄົນ, ສະເພາະໃນວັນທີ 5 ແມ່ນສາມາດກູ້ສົບທີ່ເປັນ ເດັກນ້ອຍເພດຍິງ ອາຍຸ ປະມານ 3 ເດືອນ ຢູ່ເຂດບ້ານໃໝ່ ອອກມາໄດ້ສຳເລັດ, ຊຶ່ງພາລະກິດໃນການຄົ້ນຫາຜູ້ຫາຍ ສາບສູນ ແລະ ຜູ້ເສຍຊີວິດຈາກໄພນ້ຳຖ້ວມຄັ້ງນີ້ ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາທຸກວິທີ ໂດຍໄດ້ນຳໃຊ້ກຳລັງທະຫານ ແລະ ໜ່ວຍກູ້ໄພຫລາຍພາກສ່ວນເຂົ້າຮ່ວມ, ແຕ່ກໍພົບຄວາມຫຍຸ້ງຍາກຫລາຍຍ້ອນ ສະພາບນ້ຳຫລຸດລົງ ເຮັດໃຫ້ພື້ນທີ່ເປັນໂຄນ, ເປັນຕົມ ເລີກປະມານ 1-2 ແມັດ ເຮັດໃຫ້ການເຂົ້າເຖິງແຕ່ລະຈຸດພຶ້ນທີ່ສົງໃສໄດ້ຍາກ.

