UN ນັດປະຊຸມເລື່ອງເຢເມນໃນເດືອນໜ້າ

ຜູ້ແທນພິເສດສະຫະປະຊາຊາດ ຖະແຫລງວ່າ: ສະຫະປະຊາຊາດຈະເຊີນທຸກຝ່າຍທີ່ກ່ຽວຂ້ອງໃນສົງຄາມເຢເມນເຂົ້າຮ່ວມກອງປະຊຸມໃນນະຄອນເຈນີວາ ວັນທີ 6 ກັນຍານີ້ ເພື່ອຫາລືຂອບການເຈລະຈາສັນຕິພາບ.
ທ່ານ ມາຕິນ ກຣິຟຟິນ ຜູ້ແທນພິເສດກ່າວຕໍ່ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດວ່າ: ການຫາທາງອອກທາງການເມືອງເພື່ອຢຸດສົງຄາມໃນເຢເມນຍັງມີຫົນທາງ ແລະ ຮຽກຮ້ອງໃຫ້ປະເທດມະຫາອຳນາດຊ່ວຍຊຸກຍູ້ການເຈລະຈາສັນຕິພາບ. ຖະແຫລງການລະບຸວ່າ: ການປຶກສາຫາລືກັນຈະເປັນໂອກາດສຳລັບທຸກຝ່າຍເພື່ອເຈລະຈາຂອບການເຈລະຈາສັນຕິພາບ, ມາດຕະການສົ່ງເສີມຄວາມໄວ້ວາງໃຈກັນ ແລະ ແຜນການທີ່ຈະແຈ້ງສຳລັບຊຸກຍູ້ຄວາມຄືບໜ້າໃນຂະບວນການຕໍ່ໄປ. ກ່ອນໜ້ານີ້ ການເຈລະຈາທາງການເມືອງໃນເຢເມນ ເຊິ່ງສະຫະປະຊາຊາດເຮັດໜ້າທີ່ຜູ້ໄກ່ເກ່ຍຍົກເລີກໄປໃນປີ 2016 ທ່າມກາງຂໍ້ຮຽກຮ້ອງໃຫ້ກຸ່ມກະບົດຖອນກຳລັງອອກຈາກເມືອງໃຫຍ່ຕ່າງໆ ແລະ ການແບ່ງປັນອຳນາດກັບລັດຖະບານເຢເມນທີ່ອາຣັບບີຊາອຸດິດສະໜັບສະໜູນຢູ່.

