ເລສເຕີ ພ້ອມຍື່ນ 20 ລ້ານປອນ ຄວ້າ ດຣິງວາເຕີ ຄືນຖິ່ນ

ເລສເຕີ ຊິຕີ້ ສະໂມສອນແຫ່ງ ພຣີເມຍລີກ ອັງກິດ ພ້ອມຈະຍື່ນຂໍ້ສະເໜີເປັນຈຳນວນ 20 ລ້ານປອນ ເພື່ອຊື້ ແດນນີ ດຣິງວາເຕີ ກອງກາງ ເຊລຊີ ກັບມາຢູ່ກັບທີມ ຕາມການເປີດເຜີຍຂອງ ທີມທອດ ສື່ກິລາແຫ່ງໜຶ່ງ.
ດຣິງວາເຕີ ຍ້າຍຈາກ ເລສເຕີ ໄປຢູ່ກັບ ເຊລຊີ ໃນລະດູການກ່ອນ ດ້ວຍຄ່າຕົວ 35 ລ້ານປອນ ແຕ່ລາວບໍ່ຄ່ອຍໄດ້ຮັບໂອກາດລົງຫລິ້ນເທົ່າທີ່ຄວນ ແລະ ໂອກາດໄດ້ລົງສະໜາມຂອງລາວຍັງນ້ອຍລົງອີກ ຫລັງຈາກ ເຊລຊີ ໄດ້ ຈໍຈິນໂຢ ມາເສີມທີມ.
ທັງນີ້ ນອກຈາກ ເລສເຕີ ແລ້ວນັ້ນ ນິວຄາເຊິນ ຢູໄນເຕັດ, ຄຣິສຕັລ ພາເລ ແລະ ເຊົາແຮມຕັນ ກໍມີຂ່າວວ່າຢາກໄດ້ນັກເຕະໄວ 28 ປີໄປຮ່ວມທີມຄືກັນ. ຂະນະດຽວກັນ ທີມທອດ ຍັງລາຍງານວ່າ: ດຣິງວາເຕີ ອາດຈະຍ້າຍກັບໄປຢູ່ ເລສເຕີ ດ້ວຍສັນຍາຢືມຕົວກໍໄດ້.

