ເກີດລະເບີດຂ້າຕົວຕາຍທີ່ຈຸດກວດທະຫານ ໃນພາກໃຕ້ຟີລິບປິນ ເສຍຊີວິດ 10 ຄົນ

ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ໂດຍເຄິ່ງໜຶ່ງເປັນຄົນຮ້າຍ ຫລັງເກີດເຫດລະເບີດຂ້າຕົວຕາຍພາຍໃນລົດຕູ້ຄັນໜຶ່ງ ທີ່ຈຸດກວດໃນພື້ນທີ່ຂັດແຍ່ງຢູ່່ເກາະທາງຕອນໃຕ້ຂອງຟີລິບປິນ.
https://twitter.com/cnnphilippines/status/1024165243834912768
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທັບຟີລິບປິນອອກຖະແຫລງການເລື່ອງການເກີດເຫດລະເບີດຂ້າຕົວຕາຍພາຍໃນລົດຕູ້ຄັນໜຶ່ງ ທີ່ຈຸດກວດຂອງທະຫານບໍລິເວນເມືອງລາມິຕັນ ເຊິ່ງເປັນຊຸມຊົນຂອງຊາວຄຣິສ ຢູ່ເກາະບາຊີລັນທີ່ເປັນດິນແດນສ່ວນໜຶ່ງຂອງເຂດປົກຄອງຕົນເອງມິນດາເນົາ ທາງຕອນໃຕ້ຂອງປະເທດ ແລະ ພົນລະເມືອງທ້ອງຖິ່ນສ່ວນໃຫຍ່ເປັນຊາວມຸສລິມ ໃນຕອນຂ້ອນແຈ້ງຂອງວັນທີ 31 ກໍລະກົດ ຕາມເວລາທ້ອງຖິ່ນ.
ທັງນີ້, ແຮງລະເບີດສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແບ່ງເປັນທະຫານ 1 ຄົນ, ພົນລະເຮືອນ 4 ຄົນ ໃນຈຳນວນນີ້ 2 ຄົນເປັນແມ່ລູກກັນ ແລະ ສະມາຊິກກຸ່ມຫົວຮຸນແຮງ 5 ຄົນ. ອີກທັງມີຜູ້ໄດ້ຮັບບາດເຈັບອີກຈຳນວນໜຶ່ງ ໂດຍຄົນຮ້າຍຈູດສະນວນລະເບີດໃນໄລຍະທີ່ທະຫານກຳລັງສົນທະນາກັບຄົນຂັບລົດ ຫລັງເຈົ້າໜ້າທີ່ຂໍກວດລົດຕູ້ຄັນດັ່ງກ່າວຕາມຂະບວນການດ້ານຄວາມໝັ້ນຄົງ.
ຫລັງເກີດເຫດຍັງບໍ່ມີບຸກຄົນ ຫລື ກຸ່ມໃດອອກມາອ້າງຄວາມຮັບຜິດຊອບ, ແຕ່ເກາະບາຊີລັນເປັນຖານທີ່ໝັ້ນຂອງກຸ່ມອາບູໄຊຍາບ ເຊິ່ງເປັນໜຶ່ງໃນຂະບວນການຫົວຮຸນແຮງ ເຊິ່ງປັກຫລັກຢູ່ຕາມເກາະໃນພາກໃຕ້ຂອງຟີລິບປິນ ເພື່ອສູ້ຮົບແບ່ງແຍກດິນແດນຈາກລັດຖະບານໃນນະຄອນຫລວງມະນີລາ. ນອກຈາກນີ້ ເຫດການດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດມື້ ຫລັງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ລົງນາມຮັບຮອງກົດໝາຍ “ອົງປະກອບບັງຊາໂມໂຣ” ວ່າດ້ວຍການວາງຮາກຖານໃນການກຳນົດອານາເຂດສ່ວນໜຶ່ງຂອງເກາະມິນດາເນົາໃຫ້ມີສະຖານະ “ເຂດປົກຄອງຕົນເອງບັງຊາໂມໂຣ” ພາຍໃນປີ 2022.

