ນາຍົກລັດຖະມົນຕີປາບປື້ມຕໍ່ການເສຍສະຫລະຂອງປວງຊົນທັງຊາດຊ່ວຍຜູ້ປະສົບໄພພິບັດເມືອງສະໜາມໄຊ

“ໃນອາທິດທີ່ຜ່ານມາ, ໂດຍສະເພາະນັບແຕ່ເກີດເຫດການນໍ້າຈາກເຂື່ອນເຊປຽນ-ເຊນໍ້ານ້ອຍທະລຸໃນຕອນແລງວັນທີ 23 ກໍລະກົດຜ່ານມານີ້, ປະຊາຊົນລາວທົ່ວປະເທດເຖິງຈະປະສົບຄວາມຫຍຸ້ງຍາກນາໆປະການ, ແຕ່ຕ່າງກໍໄດ້ເສຍສະຫລະແບ່ງເບົາວັດຖຸ ແລະ ປັດໃຈຕ່າງໆໃຫ້ແກ່ຜູ້ປະສົບເຄາະຮ້າຍດັ່ງກ່າວບົນຈິດໃຈໂອບເອື້ອອາລີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຊິ່ງເປັນສິ່ງທີ່ປາບປືມໃຈທີ່ສຸດ”. ນີ້ແມ່ນຄໍາເຫັນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວໃນໂອກາດລົງຢ້ຽມຢາມສູນຮັບບໍລິຈາກຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນວັນທີ 29 ກໍລະກົດຜ່ານມານີ້.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງໃຫຍ່ຫລວງ ແລະ ຈິງໃຈ ມາຍັງນ້ຳໃຈ, ຄວາມເປັນຫ່ວງເປັນໃຍ ແລະ ການຊ່ວຍເຫລືອຕ່າງໆຂອງພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດທີ່ບໍ່ປະຖິ້ມກັນໃນຍາມທີ່ພົບກັບຄວາມຫຍຸ້ງຍາກລຳບາກ, ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດຕໍ່ການຊ່ວຍເຫລືອຂອງປະຊາຊົນລາວທີ່ໄດ້ປະກອບສ່ວນທາງດ້ານວັດຖຸ, ເງິນ-ຄຳ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ, ເພື່ອສົ່ງຕໍ່ໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກໄພພິບັດຄັ້ງ, ຊຶ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງປະຊາຊົນບັນດາເຜົ່າທີ່ມີຕໍ່ກັນ.
ທ່ານນາຍົກລັດຖະມົນຕີ ກ່າວວ່າ: ນີ້ເປັນມະຫັນຕະໄພຄັ້ງຮ້າຍແຮງເປັນປະຫວັດສາດຂອງຊາດ, ອັນໄດ້ເຮັດໃຫ້ປະຊາຊົນຈໍານວນຫລາຍຂາດທີ່ຢູ່ອາໄສ ແລະ ຫາຍສາບສູນ, ລວມທັງກະທົບຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ການຜະລິດ ແລະ ວັດຖຸຊັບສີນອື່ນໆຈົນບໍ່ສາມາດປະເມີນຜົນໄດ້.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອວັດຖຸສິ່ງຂອງ, ເງິນຄຳ ແລະ ອື່ນໆ ມາໃຫ້ປະຊາຊົນລາວຢ່າງບໍ່ຂາດສາຍ, ເຊິ່ງການຊ່ວຍເຫລືອດັ່ງກ່າວ ຈະເປັນພະລັງທີ່ຊ່ວຍໃຫ້ຜູ້ປະສົບໄພໄດ້ມີກໍາລັງໃຈເພື່ອຜ່ານຜ່າເຫດການທີ່ຮ້າຍແຮງນີ້ໄປໄດ້.

