FIFA ປະກາດລາຍຊື່ນັກເຕະ ແລະ ຄູຝຶກ ເຂົ້າຊິງລາງວັນ ນັກເຕະ ແລະ ຄູຝຶກດີເດັ່ນຂອງໂລກ ປະຈຳປີ 2018

ສະເພາະນັກເຕະເພດຊາຍດີເດັ່ນ (The Best FIFA Men’s Player) 10 ຄົນເຂົ້າຊິງປະກອບມີ: Cristiano Ronaldo ຫົວຫນ້າທີມຊາດໂປຕຸສເກດ ສະສົມຜົນງານກັບ ຣີລ ມາດຣິດ ຕົ້ນສັງກັດເກົ່າ ປັດຈຸບັນຍ້າຍໄປຢູ່ກັບ ຢູເວນຕຸສ, Lionel Messi ຫົວຫນ້າທີມຊາດອາເຈນຕິນາ ຈາກບາຣເຊໂລນາ, Luka Modrić ຫົວຫນ້າທີມຊາດໂຄຣເອເຊຍ ຈາກຣີລ ມາດຣິດ, Eden Hazard ຫົວຫນ້າທີມຊາດເບວຢ້ຽມ ຈາກເຊລຊີ, Antoine Griezmann ທີມຊາດຝຣັ່ງ ຈາກແອັດເລຕິໂກ້ ມາດຣິດ, Kevin De Bruyne ທີມຊາດແບນຊິກ ຈາກແມນຊິຕີ້, Kylian Mbappé ທີມຊາດຝຣັ່ງ ຈາກປາຣິສ ແຊັງແຊກແມັງ, Mohamed Salah ທີມຊາດເອຢິບ ຈາກລີເວີພູລ, Raphaël Varane ທີມຊາດຝຣັ່ງ ຈາກຣີລ ມາດຣິດ ແລະ Harry Kane ທີມຊາດອັງກິດ ຈາກສະເປີ.
ສ່ວນຄູຝຶກທີມຊາຍດີເດັ່ນ (The Best FIFA Men’s Coach) 11 ຄົນເຂົ້າຊິງປະກອບມີ: Massimiliano Allegri ຈາກສະໂມສອນຢູເວນຕຸສ, Stanislav Cherchesov ທີມຊາດຣັດເຊຍ, Zlatko Dalić ທິມຊາດໂຄຣເອເຊຍ, Didier Deschamps ທີມຊາດຝຣັ່ງ, Pep Guardiola ຈາກແມນຊິຕີ້, Jürgen Klopp ຈາກລີເວີພູລ, Roberto Martínez ທີມຊາດແບນຊິກ, Diego Simeone ຈາກແອັດເລຕິໂກ້ ມາດຣິດ, Gareth Southgate ທີມຊາດອັງກິດ, Ernesto Valverde ຈາກບາຣເຊໂລນ້າ ແລະ Zinedine Zidane ອະດີດຄູຝຶກຣີລ ມາດຣິດ ນຳທີມໄດ້ແຊ້ມຢູຟ້າແຊ້ມປ້ຽນລີກ 3 ສະໄຫມຊ້ອນ.
ການປະກາດລາງວັນ ຈະມີຂຶ້ນໃນວັນທີ 24 ກັນຍາ 2018 ທີ່ນະຄອນຫລວງລອນດອນ ປະເທດອັງກິດ.
ເງື່ອນໄຂການໃຫ້ຄະແນນແມ່ນຄູຝຶກ ແລະ ຫົວຫນ້າທີມຊາດ 211 ປະເທດສະມາຊິກຟີຟ້າ, ແຟນບານ ແລະ ສື່ມວນຊົນສາຍກິລາ.

