ຜູ້ນຳຟີລິບປິນເຊັນກົດໝາຍ ເຂດປົກຄອງບັງຊາໂມໂຣ

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ລົງນາມຮັບຮອງກົດໝາຍພື້ນຖານການຈັດຕັ້ງ “ເຂດປົກຄອງຕົນເອງບັງຊາໂມໂຣ” ໃນເກາະມິນດາເນົາ ພາຍໃນປີ 2022.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ລົງນາມຮັບຮອງກົດໝາຍ ”ອົງປະກອບບັງຊາໂມໂຣ” ໃນວັນທີ 26 ກໍລະກົດ ຫລັງຮ່າງກົດໝາຍຜ່ານຄວາມເຫັນພ້ອມຈາກວຸດທິສະພາໃນວັນທີ 23 ກໍລະກົດ ແລະ ສະພາຜູ້ແທນລາຊະດອນລົງມະຕິຮັບຮອງໃນວັນຕໍ່ມາ ວ່າດ້ວຍການວາງຮາກຖານໃນການກຳນົດອານາເຂດສ່ວນໜຶ່ງຂອງເກາະມິນດາເນົາໃຫ້ມີສະຖານະ “ເຂດປົກຄອງຕົນເອງບັງຊາໂມໂຣ” ພາຍໃນປີ 2022.
ຂະນະດຽວກັນ, ລັດຖະບານກາງໃນນະຄອນຫລວງມະນິລາຈຳສຳຮອງງົບປະມານໄວ້ລະຫວ່າງ 60.000-70.000 ລ້ານເປໂຊຕໍ່ປີ ເພື່ອສະໜັບສະໜູນໂຄງການພັດທະນາເຂດປົກຄອງຕົນເອງບັງຊາໂມໂຣ. ທັງນີ້ ການຈັດຕັ້ງເຂດປົກຄອງຕົນເອງບັງຊາໂມໂຣເປັນສ່ວນໜຶ່ງຂອງແຜນສັນຕິພາບລະຫວ່າງລັດຖະບານຟີລິບປິນກັບແນວຮ່ວມປົດປ່ອຍອິສລາມໂມໂຣ (MILF) ທີ່ລົງນາມຮ່ວມກັນໃນປີ 2014 ເພື່ອຫວັງຢຸດການສູ້ຮົບທີ່ຍືດເຍື້ອມາເຄິ່ງສະຕະວັດ ຈົນມີຜູ້ເສຍຊີວິດຫລາຍກວ່າ 120.000 ຄົນ ແລະ ອີກ 2 ລ້ານຄົນບໍ່ມີບ່ອນຢູ່ອາໄສ.
ທ່ານ ໂມຮາເກີ ອິກບັລ ຫົວໜ້າຄະນະເຈລະຈາສັນຕິພາບຂອງ MILF ກ່າວສະແດງຄວາມຍ້ອງຍໍການກຽມສະຖາປະນາເຂດປົກຄອງຕົນເອງບັງຊາໂມໂຣ, ເຖິງຍອມຮັບວ່າຍັງມີເງື່ອນໄຂອີກຫລາຍຂ້ໍທີ່ຍັງບໍ່ໄດ້ຮັບການຕອບສະໜອງຈາກພາກລັດ, ແຕ່ MILF ຫວັງວ່າການເຈລະຈາຄັ້ງຕໍ່ໄປຈະມີຄວາມຄືບໜ້າ ເພື່ອຫວັງແກ້ໄຂເນື້ອໃນບາງສ່ວນອີກເທື່ອໜຶ່ງ. ຂະນະທີ່ພື້ນທີ່ທັງໝົດຂອງເກາະມິນດາເນົາຈະຍັງຢູ່ພາຍໃຕ້ກົດໄອຍະການເສິກຈົນຮອດທ້າຍປີນີ້ ເພື່ອໃຫ້ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງປະຕິບັດການປາບປາມກຸ່ມຕິດອາວຸດ ເຊິ່ງຍັງຫລົງເຫລືອຢູ່ໃນເມືອງມາຣາວີ.

