ອາເມລິກາຮັບມອບກະດູກທະຫານ ຈາກ ສປປ ເກົາຫລີ

ລັດຖະບານພຽງຢາງສົ່ງມອບຊິ້ນສ່ວນກະດູກທະຫານອາເມລິກາ ເຊິ່ງເສຍຊີວິດໃນ ສປປ ເກົາຫລີ ລະຫວ່າງສົງຄາມເກົາຫລີ ກັບຄືນໃຫ້ແກ່ອາເມລິກາເປັນເທື່ອທຳອິດໃນຮອບ 11 ປີ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ເຮືອບິນລຳລຽງຂະໜາດໃຫຍ່ C-17 ຂອງກອງທັບອາກາດອາເມລິກາ ເດີນທາງໄປເມືອງວອນຊານ ທາງຕາເວັນອອກຂອງ ສປປ ເກົາຫລີ ໃນວັນທີ 27 ກໍລະກົດ ກ່ອນກັບມາລົງຈອດທີ່ສະໜາມບິນພາຍໃນຖານທັບອາກາດໂອຊານ ນອກນະຄອນຫລວງເຊອຸນ ໃນວັນດຽວກັນ ພ້ອມໂລງຈຳນວນ 55 ໂລງ ເຊິ່ງພາຍໃນບັນຈຸຊິ້ນສ່ວນກະດູກຂອງທະຫານອາເມລິກາ ເຊິ່ງສູນຫາຍໃນ ສປປ ເກົາຫລີ ໃນໄລຍະສົງຄາມເກົາຫລີ ໂດຍໂລງທັງໝົດມີການຄຸມດ້ວຍທຸງສັນຍາລັກຂອງສະຫະປະຊາຊາດ (UN) ແລະ ທະຫານອາເມລິກາ ເຊິ່ງປະຈຳການຖ້າຢູ່ ສ.ເກົາຫລີ.
ສ່ວນປະທານາທິບໍດີ ໂດນັລ ທຣຳ ຜູ້ນຳອາເມລິກາ ກ່າວຂອບໃຈທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ທີ່ມີການສົ່ງມອບຊິ້ນສ່ວນກະດູກຂອງທະຫານອາເມລິກາໃນເທື່ອນີ້ ເປັນສ່ວນໜຶ່ງຂອງຂໍ້ຕົກລົງທີ່ທັງສອງຝ່າຍລົງນາມຮ່ວມກັນ ລະຫວ່າງການພົບປະຫາລືທີ່ສິງກະໂປ ໃນວັນທີ 12 ມິຖຸນາຜ່ານມາ. ຂະນະທີ່ ພົນເອກ ວິນເຊນ ບຣູດ ຜູ້ບັນຊາການກອງກຳລັງ UN ຢູ່ແຫມເກົາຫລີ ກ່າວສະແດງຄວາມຍ້ອງຍໍເຫດການທີ່ເກີດຂຶ້ນວ່າ: ເປັນຜົນສຳເລັດຂອງພາລະກິດທີ່ເປັນຜົນຈາກການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງທຸກປະເທດທີ່ກ່ຽວຂ້ອງ.
ສຳລັບການສົ່ງມອບຊິ້ນສ່ວນກະດູກຂອງທະຫານອາເມລິກາ ໂດຍລັດຖະບານພຽງຢາງໃນຄັ້ງນີ້ກົງກັບວັນຄົບຮອບ 65 ປີຂໍ້ຕົກລົງຢຸດຍິງສົງຄາມເກົາຫລີ ແລະ ຖືເປັນການສົ່ງມອບຊິ້ນສ່ວນກະດູກທະຫານອາເມລິກາຈາກ ສປປ ເກົາຫລີ ຄັ້ງທຳອິດໃນຮອບ 11 ປີ. ຂະນະທີ່ຢ້ອນກັບໄປປີ 1990 ລັດຖະບານພຽງຢາງສົ່ງມອບຊິ້ນສ່ວນກະດູກທະຫານອາເມລິກາໃຫ້ແກ່ລັດຖະບານວໍຊິງຕັນແລ້ວ 229 ຊຸດ. ທັງນີ້ ກະຊວງປ້ອງກັນປະເທດອາເມລິກາຢືນຢັນຈຳນວນທະຫານອາເມລິກາສູນຫາຍໃນສົງຄາມເກົາຫລີໄວ້ປະມານ 7.700 ຄົນ ໃນຈຳນວນນີ້ 5.300 ຄົນຫາຍສາບສູນໃນ ສປປ ເກົາຫລີ.

