ຮ່ວມແຮງຮ່ວມໃຈຊ່ວຍຜູ້ເຄາະຮ້າຍ ຈາກໄພທຳມະຊາດ

ໂດຍ: ຊາຍພະເນຈອນ.

 

  • ຝົກຕົກລິນບໍ່ເອື້ອນ            ທາລາເຄື່ອນລິນໄຫຼ

ເກີດອຸທົກກະໄພ                           ນໍ້າອັ່ງໄຫຼມາຖວ້ມ

ລວມເຂດ​​ເໜືອກາງໃຕ້     ​  ​​         ແສນເສຍໃຈນໍ້າລົ້ນອັ່ງ

ເຮືອນຫຼາຍຫຼັງນໍ້າພັດກ້ຽງ     ​      ບໍ່ເຫຼືອ​​ໄວ້ແມ່ນແຕ່​​ເສົາ ພໍ່ແມ່ເອີຍ.

  • ຍັງບໍ່ພໍເທົ່ານັ້ນ                     ບັນຫາໃຫຍ່ຕາມມາ

ອານາເຂດອັດຕະປື                       ຂ່າວລືເນືອນກ້ອງ

ນໍ້າໄຫຼນອງມາຖ້ວມ                      ​ເມືອງສະໜາມໄຊໃຕ້ຕໍ່າ

ຈາກເຊປຽນເຊນໍ້ານ້ອຍ                ​ໄຫຼລົ້ນຖ້ວມທົ່ວເມືອງ ສົງສານເດ.

  • ພົນລະເມືອງ​​ໄປບໍ່ໄດ້            ອາໄສ​​ເພິ່ງງອຍຫຼັງຄາ

ແສນ​​ເມດຕາສົງສານ                    ນະທີທານໄຫຼລົ້ນ

ສອງພັນຄົນຖືກຖ້ວມ       ​​            ກະແສໄຫຼຜັດຜ່ານ

ແສນສົງສານພີ່ນ້ອງໃຕ້                ຂໍວອນໄຫວ້ຈົ່ງປອດໄພແດ່ທ້ອນ.

  • ​​ຂໍວອນການຈັດຕັ້ງ              ທັງພາກລັດເອກະຊົນ

ຂໍປວງຊົນຊາວລາວ                      ມາຊ່ວຍກັນຄາວນີ້

ໃຜມີອາພອນຜ້າ                          ອາຫານຢາມາຊ່ວຍ ແດ່ເດີ

ທັງປັດໃຈໃຫຍ່ນ້ອຍ                     ເອົາມາພ້ອມຊ່ວຍກັນທ່ານເອີຍ.