ແຂວງເຊກອງລົງກວດກາສິນຄ້າລອກຮຽນແບບ

ວັນທີ 25 ກໍລະກົດນີ້, ທ່ານ ບຸນປະຄອງ ສິມມາວັດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຖານ ແລະ ການວັດແທກ ພະແນກວິທະ ຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ ປະສານສົມ ທົບ ກັບຄະນະກຳມະການ ຈາກຂະແໜງການກ່ຽວ ຂ້ອງຂັ້ນແຂວງ-ເມືອງ ແລະ ບໍລິສັດພູວຽງຈຳກັດ ໄດ້ ພ້ອມກັນລົງກວດກາສິນຄ້າປອມແປງລອກຮຽນແບບ ເຄື່ອງໝາຍການຄ້າ ຂອງແປ້ງນົວກາຈອງ (RACHA CHOOROS).

 

ພາກສ່ວນກ່ຽວຂ້ອງເບິ່ງຄືນການກວດກາສິນຄ້າ ແລະ ເກັບເງິນຢູ່ເບື້ອງຂາອອກຂອງຄິວລົດສາຍໃຕ້

ເມືອງປາກທາທຳລາຍສິນຄ້າໝົດອາຍຸຈຳນວນຫລາຍ

ເພື່ອເປັນການປົກປ້ອງ ສິດຜົນປະໂຫຍດທາງ ດ້ານຊັບສິນທາງປັນຍາ ຂອງເຈົ້າຂອງເຄື່ອງໝາຍ ການຄ້າ ແລະ ປົກປ້ອງຜູ້ ຊົມໃຊ້ຜະລິດຕະພັນໃຫ້ມີ ຄຸນນະພາບ ພ້ອມກັນນັ້ນ ກໍ ເປັນການຕ້ານ ແລະ ສະກັດ ກັ້ນການຜະລິດ ແລະ ການ ຈຳໜ່າຍສິນຄ້າປອມແປງ ລອກຮຽນແບບ ຢູ່ຕາມທ້ອງ ຕະຫຼາດ ເປັນການປົກປ້ອງ ທຸລະກິດການຄ້າທີ່ເຄື່ອນ ໄຫວຖືກຕ້ອງສອດຄ່ອງ ກັບລະບຽບກົດໝາຍ ແລະ ປົກປ້ອງສິດຜົນປະໂຫຍດ ຂອງບໍລິໂພກອີກດ້ວຍ.