ສອງພາກສ່ວນຮ່ວມສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 63 ປີ

ໃນວັນທີ 24 ກໍລະກົດນີ້, ສູນກາງສະຫະພັນແມ່ຍິງລາວຮ່ວມກັບສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 63 ປີເພື່ອຫວນຄືນປະຫວັດມູນເຊື້ອອັນສະຫງ່າອົງອາດຂອງບັນດາພະນັກງານ, ນັກຮົບປະຕິວັດ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າຜູ້ທີ່ມີຄຸນງາມຄວາມດີ ແລະ ມີຜົນງານອັນດີເດັ່ນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍການເຂົ້າຮ່ວມຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານພັນເອກ ນາງ ຄຳພູ ສິດທິເສນ ປະທານສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ທ່ານພົນຈັດວາ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ກອງທັບ, ມີອະດີດພັນລະຍາການນຳ, ພະນັກງານປະຕິວັດອາວຸໂສບຳນານ ແລະ ເອື້ອຍນ້ອງແມ່ຍິງອ້ອມຂ້າງກະຊວງປ້ອງກັນປະເທດຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການນຳພາປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວທົ່ວປະເທດມີສະມາຊິກເຂົ້າຮ່ວມແຂ່ງຂັນທັງໝົດ 794.784 ຄົນກວມ 76,23% ຂອງຈຳນວນສະມາຊິກສະຫະພັນແມ່ຍິງທັງໝົດ 1 ລ້ານກວ່າຄົນ, ໃນນັ້ນສະມາຊີກສະຫະພັນແມ່ຍິງ 3 ດີປະເພດ 1 ມີ 650 ພັນກວ່າຄົນ, ປະເພດ 2 ມີ 117 ພັນກວ່າຄົນ ແລະ ຄອບຄົວຕົວແບບມີ 16 ພັນກວ່າຄອບຄົວ.
ທ່ານພັນເອກ ນາງ ຄຳພູ ສິດທິເສນ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະນຳທຸກຂັ້ນຂອງກະຊວງປ້ອງກັນປະເທດໄດ້ເປັນເຈົ້າການຜັນຂະຫຍາຍແຜນພັດທະນາແມ່ຍິງ 5 ປີ (2016-2020) ຂອງສູນກາງສະຫະພັນແມ່ຍິງວາງອອກ, ເວົ້າສະເພາະ 8 ແຜນງານ 29 ໂຄງການຂອງຫ້ອງການສະຫະພັນແມ່ຍິງກອງທັບ ເພື່ອຫັນເປັນແຜນງານ, ໂຄງການອັນລະອຽດໃນການເຄື່ອນໄຫວໜ້າທີ່ວຽກງານຂອງຕົນ ເປັນຕົ້ນການຈັດຕັ້ງກຸ່ມທອ້ນເງິນມີ 78 ກອງທຶນ, ມີສະມາຊິກກຸ່ມທ້ອນເງິນ 22.596 ຄົນ, ມີຈໍານວນ 46 ຕື້ກວ່າກີບ ແລະ ໄດ້ປ່ອຍໃຫ້ສະມາຊິກເອື້ອຍນ້ອງແມ່ຍິງກູ້ຢືມເຮັດກິດຈະກຳຕ່າງໆ ເພື່ອສ້າງລາຍຮັບເຂົ້າໃນການພັດທະນາຊີວິດການເປັນຢູ່ດີຂຶ້ນເປັນຕົ້ນ: ປູກຝັງ-ລ້ຽງສັດ, ຕ່ຳຫູກ, ຈັກສານ, ຫຍິບປັກຖັກແສ່ວ ແລະ ອື່ນໆ.

