ການກໍ່ສ້າງສະຖານີລົດເມໜອງຈັນລ່າຊ້າກວ່າກຳນົດ

ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ, ໄດ້ດຳເນີນການປັບປຸງກໍ່ສ້າງສະຖານີລົດເມແຫ່ງໃໝ່ທີ່ທັນສະໄໝ ເພື່ອຄວາມສະດວກສະບາຍພາຍໃຕ້ການຄຸ້ມຄອງ ແລະ ນຳໃຊ້ຂອງລັດ, ຊຶ່ງມີບ່ອນຈອດລົດເພື່ອຫລຸດຜ່ອນການຈອດລົດຊະຊາຍ ແລະ ການສັນຈອນແອອັດ, ຊຶ່ງມາຮອດປັດຈຸບັນເຫັນວ່າຄວາມຄືບໜ້າຂອງການກໍ່ສ້າງສະຖານີລົດເມແຫ່ງໃໝ່ບໍ່ໄປຕາມແຜນການວາງໄວ້ ຫົວໜ້າພະແນກດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການນີ້, ແມ່ນບໍລິສັດຈິດຈະເລີນ ກໍ່ສ້າງຈຳກັດ ເປັນຜູ້ລົງທຶນສຳປະທານ, ໂດຍອອກແບບຮ່ວມກັນລະຫວ່າງບໍລິສັດ ນິກເກນ ເຊນເກອິ ຂອງຍີ່ປຸ່ນ ທີ່ເປັນຜູ້ອອກແບບຜັງລວມຂອງສະຖານີ ແລະ ບໍລິສັດ ສສ.ຫຽດນາມ ອອກແບບລະອຽດເພື່ອກໍ່ສ້າງທັງໝົດ, ເຊິ່ງແມ່ນບໍລິສັດຈິດຈະເລີນກໍ່ສ້າງຈຳກັດ ເປັນຜູ້ລົງທຶນສຳປະທານໃນໄລຍະ 70 ປີ ແລະ ສາມາດຕໍ່ໄດ້ອີກ 20 ປີ ດ້ວຍມູນຄ່າລົງທຶນ 40 ລ້ານກວ່າໂດລາສະຫະລັດ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ຕາມແຜນການແມ່ນຈະໃຊ້ເວລາກໍ່ສ້າງ 3 ປີໃຫ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2018 ແຕ່ມາຮອດປັດຈຸບັນ, ການກໍ່ສ້າງມີຄວາມຄືບໜ້າພຽງ 25% ຂອງໜ້າວຽກທັງໝົດ, ຊຶ່ງເຫັນວ່າມີຄວາມລ່າຊ້າກວ່າແຜນການວາງໄວ້ຫລາຍສົມຄວນຍ້ອນບັນຫາຄວາມຫຍຸ້ງຍາກຕ່າງໆ, ໂດຍສະເພາະການຍົກຍ້າຍບັນດາຮ້ານຄ້າ ແລະ ຊາວຄ້າຂາຍຕ່າງໆໃນເຂດຕອນດິນສະຖານີລົດເມ ແລະ ບໍລິເວນອ້ອມຮອບ, ມີການປັບປຸງແບບເຕັກນິກພາຍໃນອາຄານ, ປ່ຽນບໍລິສັດອອກແບບກໍ່ສ້າງ ແລະ ຄວາມຄ່ອງໂຕທາງດ້ານເສດຖະກິດ ແລະ ທຶນຮອນ ໃນການລົງທຶນຂອງບໍລິສັດຜູ້ສຳປະທານ ແລະ ໃນຜ່ານມາ, ຄະນະສະເພາະກິດໄດ້ເຊີນບໍລິສັດຈິດຈະເລີນກໍ່ສ້າງຈຳກັດມາປຶກສາຫາລືແລ້ວ ເພື່ອສືບຕໍ່ລົງມືກໍ່ສ້າງໃຫ້ສຳເລັດຕາມແຜນການວາງໄວ້.

