ແມນຢູ ກຽມຊື້ຕົວ ເປຣີຊີ ດ້ວຍຄ່າຕົວແພງ

ແມນເຊັສເຕີ ຢູໄນເຕັດ ກຽມຍື່ນຂໍ້ສະເໜີຊື້ຕົວ ອີວານ ເປຣີຊີ ຈາກສະໂມສອນ ອິນເຕີມີລານ ດ້ວຍຄ່າຕົວແພງ ເພື່ອມາເສີມສະໂມສອນໃນລະດູການນີ້.
ເຊິ່ງເປັນທີ່ຮູ້ຈັກກັນດີວ່າ ເປຣີຊີ ຕົກເປັນເປົ້າໝາຍຂອງ ໂຊເຊ ມູຣິນໂຢ ຜູ້ຈັດການທີມສະໂມສອນ ແມນເຊັສເຕີ ຢູໄນເຕັດ ຕັ້ງແຕ່ລະດູການທີ່ຜ່ານມາ ແຕ່ບໍ່ປະສົບຜົນສໍາເລັດ ແລະ ທາງສະໂມສອນ ແມນຢູ ກັບມາຂໍຊື້ຕົວເຂົາອີກຄັ້ງພາຍຫລັງໂຊຟອມໂດດເດັ່ນ ຫລັງຈາກພາທີມຊາດໂຄຣເອເຊຍຍາດໄດ້ອັນດັບທີ 2 ຂອງບານໂລກ 2018 ທີ່ປະເທດຣັດເຊຍ.
ລາຍງານຫລ້າສຸດວ່າ: ສະໂມສອນ ແມນເຊັສເຕີ ຢູໄນເຕັດ ຈະຍື່ນຂໍ້ສະເໜີ 60 ລ້ານປອນ ເພື່ອຂໍຊື້ຕົວ ເປຣີຊີ ແລະ ຕ້ອງການຄໍາຕອບຈາກສະໂມສອນ ອິນເຕີມິລານ ຢ່າງໄວ ເພາະຕະຫລາດຊື້ຂາຍນັກເຕະເຫລືອພຽງ 3 ອາທິດເທົ່ານັ້ນ.

