ປກສ ກຸ່ມໂພນຕ້ອງຈັບໄວ້ລຸ້ນມົ້ວສຸມຢາເສບຕິດ ຢູ່ຮ້ານເກມເຂດບ້ານທົ່ງສ້າງນາງ 30 ກວ່າຄົນ

ເມື່ອບໍ່ດົນມານີ້, ປກສ ກຸ່ມ ໂພນຕ້ອງ ເມືອງ ຈັນທະ ບູລີ ນະຄອນຫລວງວຽງ ຈັນ, ໄດ້ລົງແກ້ໄຂກຸ່ມແກ້ງ ມົ້ວສຸມຢາເສບຕິດ ຢູ່ຮ້ານ ເກມ ອິນເຕີເນັດແຫ່ງໜຶ່ງ, ເຂດບ້ານ ທົ່ງສ້າງນາງ, ພາຍຫລັງທີ່ໄດ້ຮັບແຈ້ງ ຈາກພົນລະເມືອງວ່າ: ຮ້ານເກມດັ່ງກ່າວໄດ້ ເປີດໃຫ້ຊາວໜຸ່ມ ເຂົ້າໄປ ມົ້ວສຸມ ແລະ ເສບຢາເສບ ຕິດ, ຊຶ່ງເຈົ້າໜ້າທີ່ໄດ້ນຳ ກຳລັງ ເຂົ້າກວດຄົ້ນ ແລະ ພົບເຫັນຢາບ້າ 54 ເມັດ, ພ້ອມໄວລຸ້ນທີ່ກຳລັງມົ້ວສຸມເສບຢາ ທັງໝົດ 34 ຄົນ, ຍິງ 4 ຄົນ, ຈຶ່ງໄດ້ຈັບຕົວພວກ ກ່ຽວມາດຳເນີນຄະດີຕາມ ລະບຽບກົດໝາຍ.

 

ປກສ ເມືອງສີສັດຕະນາກ ສຶກສາອົບຮົມເປົ້າໝາຍມົ້ວສຸມຢາເສບຕິດ

ປກສ ແຂວງບໍ່ແກ້ວສາມາດຈັບຕົວ ແກ໋ງລັກລົດຕົວອັນຕະລາຍມາດຳເນີນຄະດີ

ທ່ານ ພັນຕີ ວິໄຊ ໄຊຍະ ເດດ ຫົວໜ້າ ປກສ ກຸ່ມ ໂພນ ຕ້ອງ ໃຫ້ຮູ້ວ່າ: ຮ້ານດັ່ງກ່າວ ແມ່ນໄດ້ເປີດບໍລິການຕະ ຫລອດ 24 ຊົ່ວໂມງ ແລະ ມີຊາວໜຸ່ມເຂົ້າໄປມົ້ວສຸມ ເປັນຈຳນວນຫລາຍ, ໂດຍ ສະເພາະແມ່ນຫລີ້ນການ ພະນັນອອນລາຍ, ຊຶ່ງເຈົ້າ ໜ້າທີ່ ປກສ ບ້ານ ໄດ້ມີການ ກ່າວເຕືອນໃຫ້ຢຸດເຊົາແລ້ວ, ກ່ອນທີ່ ປກສ ກຸ່ມ ຈະລົງແກ້ ໄຂ ແລະ ສາມາດຈັບຕົວກຸ່ມ ມົ້ວສຸມດັ່ງກ່າວມາດຳເນີນ ຄະດີ, ພ້ອມທັງໄດ້ມີການ ສັ່ງປິດຮ້ານດັ່ງກ່າວ ເພື່ອບໍ່ ໃຫ້ເປັນປະກົດການຫຍໍ້ທໍ້ ແກ່ສັງຄົມ.