ແມນຢູ ກຽມຂາຍປ໋ອກບາ 150 ລ້ານປອນ ພ້ອມດຶງ ເອັມບັບເປ ຮ່ວມສະໂມສອນ

ສະໂມສອນ ແມນເຊັສເຕີ ຢູໄນເຕັດ ກຽມຂາຍ ພອລ ປ໋ອກບາ 150 ລ້ານປອນ ພ້ອມກັບຈະດຶງເອົານັກເຕະດາວຮຸ່ງດີເດັ່ນເຂົ້າຮ່ວມທີມ ໂດຍຈະທຸ້ມຄ່າຕົວໃຫ້ເຖິງທີ່ສຸດ.
ຕາມການລາຍງານຂ່າວຂອງສໍານັກຂ່າວດັງແອັດສະປາຍວ່າ: ສະໂມສອນ ແມນເຊັສເຕີ ຢູໄນເຕັດ ໃຫ້ຄວາມສົນໃຈໃນການເອົາ ຄີລຽນ ເອັມບັບເປ ກອງໜ້າສະໂມສອນ ປາຣີສ ແຊງແຊກແມງ ມາຮ່ວມທີມ ເຊິ່ງ ເອັມບັບເປ ເປັນນັກເຕະທີ່ມີຄວາມໄວ ແລະ ຍັງເປັນນັກເຕະທີ່ໄດ້ຮັບລາງດາວຮຸ່ງດີເດັ່ນ ຫລັງຈາກຍິງໄດ້ 4 ປະຕູພາທີມຊາດຝຣັ່ງຍາດໄດ້ແຊ໊ມບານໂລກ 2018.
ຂະນະທີ່ ສະໂມສອນ ປາຣີສ ແຊງແຊກມແມງ ໄດ້ພິຈາລະນາວ່າຈະຂາຍ ເອັມບັບເປ ໃນລະດູການນີ້. ນອກຈາກນັ້ນ ສະໂມສອນ ແມນຢູ ກໍພ້ອມທີ່ຈະຂາຍ ພອລ ປ໋ອກບາ ອອກຈາກທີມ ພ້ອມທັງຍື່ນຂໍ້ສະເໝີໃຫ້ສະໂມສອນ ປາຣີສແຊງແຊກແມງ ດ້ວຍລາຄາ 300 ລ້ານປອນ ຖ້າປ່ອຍໃຫ້ ເອັມບັບເປ ເຂົ້າຮ່ວມສະໂມສອນ ແມນເຊັສເຕີ ຢູໄນເຕັດ.
ເອັມບັບເປ ກາຍເປັນສະຖິຕິຄົນໃໝ່ຖ້າຍ້າຍມາຫລິ້ນ ແມນຢູ ເຊິ່ງໄດ້ເຮັດໃຫ້ສະຖິຕິຂອງ ເນມາ ທີ່ຍ້າຍຈາກສະໂມສອນ ບາເຊໂລນາ ມາຫລິ້ນໃຫ້ສະໂມສອນ ປາຣີສ ແຊງແຊກແມງ ດ້ວຍຄ່າຕົວ 198 ລ້ານປອນ.

