ເມືອງຊະນະຄາມປ່ອຍປາຫລາຍກວ່າ 1 ລ້ານໂຕ

ໂອກາດວັນອະນຸຮັກສັດ ນ້ຳ-ສັດ ປ່າແຫ່ງຊາດ 13 ກໍ ລະກົດຜ່ານມາ, ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີປ່ອຍປາລົງສູ່ແມ່ ນ້ຳມີ້ທີ່ບ້ານນ້ຳກວນ ໂດຍ ການເຂົ້າຮ່ວມຂອງ ທ່ານ ສະໝານ ວິເສດຍະພົງ ເຈົ້າ ເມືອງ, ນັກທຸລະກິດພໍ່ຄ້າ ຊາວຂາຍອຳນາດການປົກ ຄອງບ້ານ ແລະ ປະຊາຊົນ ບ້ານນ້ຳກວນເຂົ້າຮ່ວມເປັນ ຈຳນວນຫລາຍ.

ເມືອງຈັນທະບູລີປ່ອຍປາ 15 ພັນໂຕ ຄືນສູ່ທຳມະຊາດ

ການນໍາຂັ້ນສູງພັກ-ລັດຮ່ວມປ່ອຍປາໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ

ຫົວໜ້າຫ້ອງ ການກະ ສິກຳ ແລະ ປ່າໄມ້ ເມືອງໃຫ້ ຮູ້ວ່າ: ໃນປີນີ້ ເມືອງຂອງ ຕົນຈະປ່ອຍປາໃຫ້ໄດ້ ຫລາຍກວ່າ 1 ລ້ານໂຕ ໂດຍ ແບ່ງເປັນ 3 ຄັ້ງເຊັ່ນ: ຄັ້ງທີ 1 ປ່ອຍໄດ້ 1 ແສນ ໂຕຄັ້ງທີ 2 ປ່ອຍໄດ້ 1 ແສນ ໂຕ ແລະ ຄັງທີ 3 ສາມາດ ປ່ອຍໄດ້ 9 ກວ່າແສນໂຕ ເຊິ່ງໄດ້ເພີ່ມ ຂຶ້ນຫລາຍກວ່າ ປີທີ່ຜ່ານ ມາສະເພາະປາທີ່ນຳມາ ປ່ອຍມີປາດຸກ, ປາຕະ ພຽນ, ປາເກັດແລບ, ປາອີ່ ສົບ, ປາໄນ, ປາເອີນ ແລະ ປາບຶກພ້ອມນີ້ກໍໄດ້ກຳນົດ ເອົາຈຸດດັ່ງກ່າວ ເປັນເຂດ ວັງສະຫງວນຂອງປາມີ ເນື້ອທີ່ທັງໝົດ 43.200 ຕາເມັດ./.