ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຮ່ວມປູກຕົ້ນໄມ້ ຢູ່ວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມແຫ່ງໃໝ່

ໃນວັນທີ 14 ກໍລະກົດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມປູກຕົ້ນໄມ້ຢູ່ເຂດກໍ່ສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄອບຮອບ 109 ປີ, ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດນີ້, ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີຄຳເຫັນວ່າ: ໃນປີ 2015 ພັກ ແລະ ລັດຖະບານ ໄດ້ອະນຸມັດເນື້ອທີ່ດິນ 4 ເຮັກຕາ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ພ້ອມອະນຸມັດງົບປະມານ 98 ຕື້ກວ່າກີບ ເພື່ອກໍ່ສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມຫລັງໃໝ່ ເພື່ອເປັນບ່ອນເຕົ້າໂຮມຂອງຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນບັນດາເຜົ່າເຂົ້າມາສຶກສາອົບຮົມຜ່ານຫລາຍກິດຈະກຳຮຽນຮູ້ຕົວຈິງທີ່ມີຊີວິດຊີວາ ເຊິ່ງພັກ ແລະ ລັດຖະບານຍາມໃດກໍມີຄວາມເປັນຫ່ວງເປັນໄຍຕໍ່ອະນາຄົດຂອງຊາວໜຸ່ມ-ເຍົາວະຊົນຜູ້ທີ່ຈະເປັນໜໍ່ແໜ່ງຂອງຊາດ, ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງຊາດ ໂດຍພັກ ແລະ ລັດຖະບານໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຄື່ອນໄຫວ ເພື່ອໃຫ້ຄົນຮຸ້ນໜຸ່ມກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບດີ ແລະ ມີຄຸນສົມບັດສິນທຳປະຕິວັດ ເພື່ອກາຍເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດທີ່ດີໃນອະນາຄົດ ແລະ ກິດຈະກຳປູກໄມ້ຄັ້ງນີ້ຍັງເປັນການປູກຈິດສຳນຶກໃຫ້ແກ່ຄົນຮຸ້ນໜຸ່ມໄດ້ຮັບຮູ້ຄວາມໝາຍສຳຄັນຂອງປ່າໄມ້, ທັງເປັນການປະກອບສ່ວນເປົ້າໝາຍເພີ່ມເນື້ອທີ່ການປົກຫຸ້ມຂອງປ່າໄມ້ຢູ່ປະເທດເຮົາໃຫ້ກວມ 70% ໃນປີ 2020.
ພາຍຫລັງສຳເລັດການປູກໄມ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມສູນວິຊາຊີບຊາວໜຸ່ມດອນບອດສະໂກ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ອີກດ້ວຍ.

