ເປີດສະຖາບັນຂົງຈື ຢູ່ມະຫາວິທະຍາໄລສຸພານຸວົງ

ພິທີເປີດສະຖາບັນຂົງຈື ຢູ່ມະຫາວິທະຍາໄລສຸພານຸວົງ ແຂວງຫລວງພະບາງໄດ້ຈັດ ຂຶ້ນ ໃນວັນທີ 13 ກໍລະກົດນີ້. ໂດຍການເຂົ້າຮ່ວມຂອງ ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ ແລະ ໄດ້ກ່າວເປີດ ຢ່າງເປັນທາງ ການວ່າ: ສະຖາບັນຂົງຈື ໄດ້ມີເກືອບທຸກປະເທດໃນ ທົ່ວໂລກ.

 

ຍົກລະດັບຄວາມຮູ້ດ້ານໄອຊີທີໃຫ້ນັກສຶກສາລາວ

ສະຖາບັນການເງິນຈຸລະພາກຮັບເງິນຝາກສາຂາບ້ານສົງເປືອຍໃຕ້ ຖືກຍັກຍອກເງິນທຶນ 19 ຕື້ກີບ ສ້າງຄວາມຫຍຸ້ງຍາກໃຫ້ລູກຄ້າບໍ່ຫນ້ອຍ

ສະເພາະຢູ່ ສປປ ລາວ ໄດ້ເປີດຂຶ້ນເປັນແຫ່ງທີສອງ ໂດຍການຮ່ວມມື ລະຫວ່າງ ມະຫາວິທະຍາໄລສຸພານຸວົງ ກັບ ມະຫາວິທະຍາ ໄລວິທະ ຍາສາດ ແລະ ເຕັກໂນໂລຊີ ຄຸນມິງ ເພື່ອເປັນຂົວຕໍ່ໃນ ການຮ່ວມມື ແລະ ແລກ ປ່ຽນດ້ານການສຶກສາ, ວັດ ທະນະທຳຮີດຄອງປະເພນີ ລະຫວ່າງ ລາວ-ຈີນ, ເພື່ອ ເປັນການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງທາງ ດ້ານພາສາລາວ ແລະ ຈີນ, ການພັດທະນາທັກສະ ພາສາ, ວັດທະນະທຳ, ວິທະ ຍາສາດເຕັກໂນໂລຊີ ແລະ ເປັນສູນກາງການບໍລິການ ດ້ານການສຶກສາພາສາ ຈີນ ໃຫ້ແກ່ນັກສຶກສາ, ນັກ ວິຊາການ, ນັກຄົ້ນຄວ້າ, ຜູ້ປະກອບການ, ນັກທຸ ລະກິດ ຢູ່ພາກເໜືອຂອງ ລາວ ໄດ້ຮັບການພັດທະນາ ຄວາມຮູ້, ດ້ານພາສາ ແລະ ວັດທະນະທຳຈີນ ຫຼາຍ ຂຶ້ນ. ພ້ອມນີ້, ຍັງເປັນການ ຮັດແໜ້ນຄວາມສາມັກຄີ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ- ຈີນ ກໍຄືສອງກະຊວງສຶກ ສານັບມື້ໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ./.