6 ອາຫານເຮັດໃຫ້ທ່ານມີໜ້າທ້ອງ

- ນຳ້ອັດລົມ : ເຄື່ອງດື່ມເຫລົ່ານີ້ເຮັດໃຫ້ນຳ້ໜັກຂຶ້ນງ່າຍ ເພາະບໍ່ພຽງແຕ່ມີກາລໍຣີຫລາຍ ແຕ່ຍັງມີການອັດແກ໊ສກາກບອນເຂົ້າໄປປະສົມ ເຮັດໃຫ້ມີລົດຊາດຖືກປາກ, ແຕ່ມີຄວາມເປັນກົດ ເມື່ອດື່ມຫລາຍເກີນໄປໜ້າທ້ອງກໍຈະຂະຫຍາຍ ເຮັດໃຫ້ອຶດອັດຕື່ມອີກ ຫາກໃຜຕິດເຄື່ອງດື່ມປະເພດນີ້ ລອງປ່ຽນມາເປັນການດື່ມເຄື່ອງດື່ມຈຳພວກຊາເປບເປີມິ້ນແທນຈະເຫັນຜົນໃນການຫລຸດນຳ້ໜັກ, ຫລຸດໜ້າທ້ອງໄດ້ໃນເວລາບໍ່ດົນປານໃດ.
- ເຄື່ອງດື່ມອານກໍຮໍ : ເຖິງຈະມີຜົນການສຶກສາອອກມາວ່າ ການດື່ມເຄື່ອງດື່ມອານກໍຮໍ ປະມານມື້ລະ 5 – 30 ກຣາມ ຈະ ຊ່ວຍຫລຸດຄວາມສ່ຽງຂອງການເປັນພະຍາດຫົວໃຈໃນຜູ້ຊາຍໄດ້ເຖິງ 51% ແຕ່ມັນກໍມີບັນຫາຕາມມາ 2 ກໍລະນີ ຄື : ມັນເປັນເຄື່ອງດື່ມທີ່ຄ້າຍຄືກັບຄວາມຫວານ ເຊິ່ງໝາຍຄວາມວ່າ ຈະມີປະລິມານກາລໍຣີສູງ ເຊິ່ງອາດຈະບໍ່ກຸ້ມຄ່າເມື່ອປຽບທຽບກັບຜົນປະໂຫຍດເລັກນ້ອຍທີ່ຈະໄດ້ຈາກການດື່ມ ແລະ ເມື່ອດື່ມເຂົ້າໄປປະມານ 1 ຈອກແລ້ວ ມັນຈະນຳໄປສູ່ຈອກຕໍ່ໄປ ແລະ ເພີ່ມປະລິມານຫລາຍຂຶ້ນເລື້ອຍໆ ແລະ ຫາກຜູ້ຊາຍອອກໄປດື່ມສັງສັນແຕ່ລະເທື່ອນັ້ນກໍໝາຍຄວາມວ່າຈະໄດ້ຮັບກາລໍຣີເຂົ້າໄປຫລາຍກ່ວາປົກກະຕິເປັນພັນກາລໍຣີ ແລະ ມັນກໍເຮັດໃຫ້ທ່ານກາຍເປັນຄົນຕຸ້ຍລົງພຸງໃນທີ່ສຸດ.
- ອາຫານຈຳພວກຄາໂບໄຮເດຣດ : ທັງເສັ້ນພາສຕ້າ, ເຂົ້າໜົມປັງ, ເຂົ້າຈີ່, ຊີຣຽວ ແລະ ເຂົ້າ ອາຫານເຫລົ່ານີ້ເພີ່ມລະດັບນຳ້ຕານ ແລະ ອິນຊູລິນໃນເລືອດ ເຊິ່ງອິນຊູລິນນັ້ນໄດ້ຊື່ວ່າເປັນຮໍໂມນເກັບຄວາມຕຸ້ຍ ຍິ່ງມີຫລາຍເທົ່າໃດ ຮ່າງກາຍກໍຈະປ່ຽນຄາໂບໄຮເດຣດທີ່ກິນເຂົ້າໄປໃຫ້ເປັນໄຂມັນຫລາຍຂຶ້ນເທົ່ານັ້ນ ແລະ ມັນບໍ່ໄດ້ຖືກເກັບໄວ້ສະເພາະໃນທ້ອງ ແຕ່ຈະສະສົມໄວ້ໃນພາກສ່ວນຕ່າງໆຂອງຮ່າງກາຍນຳ ດັ່ງນັ້ນ ທາງເລືອກຂອງການຢາກມີໜ້າທ້ອງແປກໍແມ່ນຫລຸດຄາໂບໄຮເດຣດ ແລະ ຫັນມາກິນໂປຣຕິນແທນ ເຊັ່ນ : ຊີ້ນໄກ່, ບໍລິເວນເອິກໄກ່ ຫລື ປາແຊວມັອນ ເປັນຕົ້ນ.
- ອາຫານຈຳພວກນົມ : ເຖິງຈະອຸດົມໄປດ້ວຍທາດການຊຽມ ແຕ່ຫາກຕ້ອງການໜ້າທ້ອງໃນຝັນ ກໍຄວນຫລີກເວັ້ນ ເພາະໃນນົມຈະມີແແລັກໂຕສ ໃນກໍລະນີທີ່ບາງຄົນເກີດອາການແພ້ແລັກໂຕສ ຈະເຮັດໃຫ້ເກີດແກ໊ສ ແລະ ໜ້າທ້ອງຈະປ່ອງອອກມາ ກໍລະນີນີ້ WebMD ແນະນຳວ່າໃຫ້ເລືອກກິນຊີສ ຫລື ໂຢເກິດ ເຊິ່ງຈະມີປະລິມານແລັກໂຕສໜ້ອຍກ່ວາໃນນົມ.
- ອາຫານແປຮູບ : ອາຫານເຫລົ່ານີ້ມີທ່າອ່ຽງຈະມີປະລິມານໂຊດຽມ ແລະ ໄຂມັນສູງ ໃນຂະນະທີ່ມີປະລິມານໄຟເບີຕໍ່າ ເຖິງວ່າມັນຈະແຊບ ແຕ່ມັນບໍ່ເປັນຜົນດີຕໍ່ການຫລຸດໜ້າທ້ອງ. ອາຫານທີ່ມີປະລິມານໂຊດຽມສູງ ໄດ້ແກ່ : ຊຸບໄກ່ກະປ໋ອງ, ອາຫານສຳເລັດຮູບແຊ່ແຂງ ລວມທັງເຄື່ອງປຸງທັງຫລາຍ ເມື່ອກິນເຂົ້າໄປຈະເຮັດໃຫ້ຫິວນຳ້ ຕ້ອງດື່ມນຳ້ຫລາຍຂຶ້ນ ແລະ ນັ້ນກໍເປັນສາເຫດຂອງໜ້າທ້ອງໃຄ່. ຜູ້ຊ່ຽວຊານແນະນຳວ່າຫາກຈະກິນອາຫານເຫລົ່ານີ້ໃຫ້ອ່ານສະຫລາກກ່ອນວ່າມີປະລິມານໂຊດຽມຫລາຍໜ້ອຍປານໃດ ໂດຍປົກກະຕິກໍບໍ່ຄວນກິນໂຊດຽມເກີນ 2.300 ມິນລີກຣາມຕໍ່ມື້.
- ຜັກຈຳພວກກະລໍ່າ : ບໍ່ແມ່ນວ່າຜັກທຸກຊະນິດຈະເໝາະສົມກັບການຫລຸດໜ້າທ້ອງ ເພາະເຄີຍມີການສຶກສາພົບວ່າຜັກໃນ ຕະກູນກະລໍ່າເຮັດໃຫ້ມີໜ້າທ້ອງ ເຖິງວ່າມັນຈະມີປະໂຫຍດ ແລະ ວິຕາມິນຫລວງຫລາຍ ແຕ່ກໍບໍ່ໄດ້ເໝາະສົມກັບຊ່ວງເວລາຂອງ ການຫລຸດໜ້າທ້ອງ.

