ລາວສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ຄົບຮອບ 63 ປີ

(ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປະທານປະເທດ ບຸນຍັງ ວໍລະຈິດ)

ໃນວັນທີ 13 ກໍລະກົດ ນີ້, ສູນກາງສະຫະພັນແມ່ຍິງລາວ  ໄດ້ຈັດກິດຈະກໍາ ເພື່ອສະເຫຼີມສະຫຼອງວັນງສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20/7/1955-20/7/2018), ຂຶ້ນທີ່ສູນຝຶກອົບຮົມແມ່ຍິງລາວ ໃນນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາພະນັກງານປະຕິວັດອາວຸໂສ, ຄອບຄົວການນໍາ, ບັນດາທູດຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ບໍລິສັດຫ້າງຮ້ານຕ່າງໆເຂົ້າຮ່ວມເປັນຈໍານວນຫຼາຍ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິງານ ສູນກາງສະຫະພັນແມ່ຍິງລາວ ກ່າວວ່າ: ຕະຫຼອດໄລຍະ 63 ປີຜ່ານມາ ອົງການຈັດຕັ້ງແມ່ຍິງລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ການພັດທະນາແມ່ຍິງນັບມື້ມີຄວາມເຂັ້ມແຂງຮອບດ້ານ, ໄປຄຽງຄູ່ກັບການສົ່ງເສີມ ແລະ ອະນຸລັກວັດທະນະທໍາອັນດີງາມຂອງຊາດ, ຂອງບັນດາຊົນເຜົ່າ ໃຫ້ຄູ່ກັບສັງຄົມລາວຕະຫຼອດໄປ, ພ້ອມທັງຮັບເອົາຄຸນຄ່າທາງດ້ານວັດທະນະທໍາທີ່ກ້າວໜ້າຂອງມວນມະນຸດຢ່າງມີການເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝ ສາມາດເຊື່ອມໂຍງກັບສາກົນ, ປະກອບສ່ວນສະກັດກັ້ນສິ່ງຫຍໍ້ທໍ້ທາງດ້ານວັດທະນະທໍາ, ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງຂອງເອື້ອຍນ້ອງແມ່ຍິງ ເປັນຕົ້ນແມ່ນ ການຜະລິດກະສິກໍາ, ຫັດຖະກໍາທີ່ຕິດພັນກັບການດໍາລົງຊີວິດ, ການພົວພັນໃນຄອບຄົວ ແລະ ສັງຄົມ.

ການສະເຫຼີມສະຫຼອງວັນດັ່ງກ່າວໃນປີນີ້ ແມ່ນໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ແມ່ຍິງກັບການອະນຸລັກວັດທະນະ ສູ່ປີທ່ອງທ່ຽວລາວ, ການຮັກສາສິ່ງແວດລ້ອມສີຂຽວ ແລະ ຍືນຍົງ” ແມ່ນມີຄວາມສໍາຄັນຫຼາຍ ແລະ ຕິດພັນກັບປີທ່ອງທ່ຽວລາວ 2018 ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ. ຊຶ່ງພາຍໃນງານຈະມີການສະແດງວັດທະນະທໍາຂອງແມ່ຍິງບັນດາເຜົ່າ, ງານຕະຫຼາດນັດແບບພື້ນບ້ານ, ມີການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນທີ່ຜະລິດໂດຍແມ່ຍິງລາວ, ການຟ້ອນຍ້ອນຍຸກ, ກອງເຊີ້ງ, ແຂ່ງຂັນກິລາແບບພື້ນບ້ານຕິດພັນກັບການຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນ ການແຂ່ງຂັນຫໍ່ເຂົ້າຕົ້ມ, ຝັດເຂົ້າ, ຈັດດອກໄມ້, ເຕັ້ນເຊືອກ, ໂຍນກະຕໍ່ໃສ່ກະຕ່າຫວາຍ, ຍ່າງເທິງກະໂປະໝາກພ້າວ. ນອກນີ້, ຍັງມີການໃຫ້ຄວາມຮູ້ ແລະ ກວດທາດນໍ້າຕານ, ໄວຣັດຕັບ B ແລະ C ໂດຍບໍ່ເສຍຄ່າ ແລະ ກິດຈະກໍາອື່ນໆອີກ.