ຫ້ອງວ່າການປະທານປະເທດ ຫວນຄືນວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 109 ປີ

ວັນທີ 13 ກໍລະກົດນີ້, ຢູ່ທີ່ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 109 ປີ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ອ້ອມຂ້າງຫ້ອງວ່າການປະທານປະເທດໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງວັນດັ່ງກ່າວຢ່າງເລິກເຊິ່ງ, ໂດຍການປາຖະກະຖາຂອງທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ເຊິ່ງໄດ້ຍົກໃຫ້ເຫັນບັນດາຜົນງານ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ ໃນໄລຍະການປະຕິວັດ ທ່ານໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ເພື່ອຊີ້ນຳຂະບວນການປະຕິວັດລາວຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ປະເທດຊາດ. ຊື່ສຽງຂອງປະທານ ສຸພານຸວົງ ໄດ້ພົ້ນເດັ່ນຂຶ້ນໃນຂະນະທີ່ເປັນນັກຮົບຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະຫລອດມາໂດຍບໍ່ງໍ້ງ່ຽງຕໍ່ຄວາມຫຍຸ້ງຍາກລຳບາກ, ມີຄວາມເສຍສະຫລະບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ ເພື່ອອິດສະຫລະພາບ, ຄວາມຢູ່ດີກິນດີຂອງປະຊາຊົນ ແລະ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍນັບແຕ່ປີ 1975-1995 ປະທານ ສຸພານຸວົງ ໄດ້ນຳພາປະຊາຊົນລາວ ຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃໝ່ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ.

