ສິ່ງທີ່ພໍ່ແມ່ຄວນເຮັດກັບລູກ

ສິ່ງທີ່ພໍ່ແມ່ໄວລຸ້ນ ແລະ ຄອບຄົວຄວນເຮັດເພື່ອໃຫ້ລູກຈະເລີນເຕີບຕາມໄວມີ 7 ປະການດັ່ງນີ້:

  1. ເບິ່ງແຍງຄວາມປອດໄພຂອງລູກ.
  2. ອາລົມດີເມື່ອຢູ່ກັບລູກ ຫາກເມື່ອຍ ຫຼືຄຽດຄວນພັກຜ່ອນ ຫຼືເຮັດອາລົມໃຫ້ສະຫງົບກ່ອນ.
  3. ໃຫ້ລູກເຮັດສິ່ງເຮັດໄດ້ຕາມໄວເຊັ່ນ: ຈັບປ໋ອງນົມ, ແຕ່ງໂຕ, ກິນເຂົ້າ, ອາບນໍ້າ ຝຶກໃຫ້ລູກໃຫ້ລູກເຮັດສະໝໍ່າສະເໝີ ຈະເຮັດໃຫ້ລູກມີວິໄນ, ພາກພູມໃຈໃນຕົນເອງ ແລະ ແບ່ງເບົາພາລະພໍ່-ແມ່ໄດ້.
  4. ເບິ່ງແຍ່ງສຸຂະພາບລູກ ພາລູກໄປຫາແພດໝໍຕາມນັດ.
  5. ຝຶກໃຫ້ລູກເຄົ້າລົບສິດທິຜູ້ອື່ນເຊັ່ນ: ຂໍອະນຸຍາດເມື່ອຈັບສິ່ງຂອງ ຂອງຄົນອື່ນ, ບໍ່ທໍາຮ້າຍ ຫຼືຍາດແຍ່ງຂອງຄົນອື່ນ.
  6. ລົມກັບລູກ ສອນວິທີການທີ່ຖືກຕ້ອງ ເມື່ອລູກເຮັດຜິດ.
  7. ວາງແຜນອະນາຄົດ ເພື່ອລູກ ແລະ ໃຊ້ຈ່າຍເງິນຢ່າງປະຢັດ.