ຄວນອະນຸລັກຮັກສາສັດນໍ້າ-ສັດປ່າແນວໃດດີ
(ເນື່ອງໃນໂອກາດວັນທີ 13 ກໍລະກົດ ວັນແຫ່ງອະນຸລັກຮັກສາສັດນໍ້າ–ສັດປ່າ ແຫ່ງຊາດ)
ໂດຍ: ຊາຍພະເນຈອນ.
ດັ່ງພວກເຮົາຮູ້ນໍາກັນຢູ່ແລ້ວວ່າ ໄລຍະນີ້ແມ່ນໄດ້ກ້າວເຂົ້າສູ່ລະດູຝົນແລ້ວ ແລະ ກໍເປັນໄລຍະເວລາທີ່ສັດນໍ້າ-ສັດປ່າທັງຫຼາຍກໍາລັງຖືພາມານ, ກະກຽມວາງໄຂ່ເພື່ອຈະແຜ່ພັນອອກໄປສູ່ແມ່ນໍ້າລໍາທານ ແລະ ປ່າດົງພົງໄພອັນກວ້າງໃຫຍ່ໄພສານ ເຊິ່ງທັງໝົດເຫຼົ່ານີ້ຈະສ້າງເງື່ອນໄຂໃຫ້ພວກມັນໄດ້ຂະຫຍາຍພັນອອກໄປນັບມື້ນັບຫຼາຍຂຶ້ນເລື້ອຍໆ ແລະ ເພື່ອນໍາໃຊ້ໄດ້ຍືນນານ. ດັ່ງນັ້ນ, ພັກ-ລັດຖະບານ
ຈຶ່ງ ຈຶ່ງໄດ້ກໍານົດເອົາວັນທີ13ກໍລະກົດຂອງທຸກໆປີເປັນວັນປ່ອຍປາອະນູລັກຮັກສາສັດນໍ້າ-ສັດປ່າ ແຕ່ພວກເຮົາຈະອະນຸລັກແນວໃດດີ ຄືດັ່ງໃນທຸກໆ ປີຜ່ານມາ, ເມື່ອຮອດວັນທີ 13ກໍລະກົດ, ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກກະຊົນຕ່າງໆກໍໄດ້ ຈັດພິທີປ່ອຍປາລົງສູ່ແມ່ນໍ້າທໍາມະຊາດຢ່າງຫຼວງຫຼາຍ, ເພື່ອເປັນ ການອະນຸລັກຮັກສາສັດນໍ້າ-ສັດປ່າດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ ຄຽງຄູ່ກັບການຫ້າມລ່າ, ຫ້າມຂ້າ, ຫ້າມຂາຍ ແລະ ຫ້າມບໍລິໂພກ ສັດທີ່ຫາຍາກ ເຫຼົ່ານັ້ນກໍາລັງຖືພາ, ກໍາ
ລັງວາງໄຂ່ , ລວມທັງການກັກຂັງສັດໄວ້ໃນຄອກຫຼືໃນກົງຂັງ. ທັງໝົດເຫຼົ່ານີ້ແມ່ນໄດ້ມີການປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ຊ່ວຍກັນອະນຸລັກ ແລະ ປົກປັກຮັກສາ ໂດຍມີມາດຕະການໃນການນໍາໃຊ້ກົດໝາຍຢ່າງເຄັດຄັດ ເພື່ອໃຫ້ທຸກຄົນພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຈາກ ນັ້ນ, ຈຶ່ງເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍມີຄວາມເຊື່ອມຊຶມ ແລະ ມີຈິດສໍານຶກໃນຄວາມຮັກ-ຄວາມຫວງແຫນສັດນໍ້າ-ສັດປ່າ ນາໆພັນອັນເປັນສົມບັດທີ່ມີລາຄາແພງຂອງຊາດແລ້ວ ຫັນມາເຮັດອາຊີບເສີມໃນການລ້ຽງປາ-ກົບ, ລ້ຽງເປັດ-ໄກ່, ໝູ, ແບ້, ງົວ-ຄວາຍ ຄຽງຄູ່ກັບການປູກພືດຜັກ-ໝາກໄມ້ຊະນິດຕ່າງໆເພື່ອແກ້ໄຂຊີວິດການເປັນຢູ່ພາຍໃນຄອບຄົວ ແລະ ຖ້າເຫຼືອກິນກໍເປັນສິນຄ້າຂາຍສົ່ງຕະຫຼາດ ເຮັດໃຫ້ການຫາລ່າສັດນໍ້າ-ສັດປ່າຫຼຸດໜ້ອຍຖອຍລົງ, ແຕ່ກໍຍັງມີສັດບາງປະເພດກໍຍັງມີໜ້ອຍ ,ບາງປະເພດກໍໃກ້ຈະສູນພັນ ແລະ ບໍ່ຫຼົງເຫຼືອໄວ້ພຽງແຕ່ເງົາໃຫ້ເຫັນເປັນຕົ້ນ: ນົກຍຸງກະທິງ, ແຮດ….ສ່ວນທີ່ຍັງເຫຼືອກໍພາກັນແຕກຜ່າຍໄປຂຶ້ນພູ, ໄປປ່າດົງໃຫຍ່ ແລະ ຍ້າຍຖິ່ນໄປຢູ່ດິນແດນປະເທດອື່ນໆ.
ຍ້ອນທ້ອງຖິ່ນຢູ່ເຂດຫ່າງໃກສອກຫຼີກຍັງມີການລ່າສັດນໍ້າ-ສັດປ່າມາກິນ, ມາຂາຍຢ່າງເປີດແປນໂດຍບໍ່ສົນໃຈກັບລະບຽບກົດໝາຍຂອງບ້ານເມືອງ ເຊິ່ງພວກເຮົາສັງເກດເຫັນ ຢູ່ຕາມເສັ້ນທາງເລກທີ 13 ບໍ່ວ່າຈະຂຶ້ນເໜືອຫຼືລົງໃຕ້ກໍຈະເຫັນຜູ້ຄົນລັດຊື້-ຂາຍສັດປ່າຢູ່ຕາມແຄມທາງ. ຕາມຕະຫຼາດແຫ່ງຕ່າງໆຢ່າງເປີດແປນ. ຮ້າຍແຮງໄປກວ່ານັ້ນ, ຍັງມີບາງຈໍາພວກ ຈູດປ່າ ເອົາສັດ ເຮັດໃຫ້ສັດສາວາສິ່ງຊີວະ ນາໆພັນໄດ້ສູນພັນໄປ ປະຊາຊົນອີກຈໍານວນໜຶ່ງ ກໍພາກັນໄປຫາປູຫາປາຢູ່ຕາມຫ້ວຍໜອງຄອງບຶງແລະ ແມ່ນໍ້າລໍາເຊຕ່າງໆດ້ວຍການເອົາຢາເບືອ ແລະ ເອົາໄຟຟ້າຊອດ ເຊິ່ງຮູບການນີ້ເຮັດໃຫ້ສັດນໍ້ານາໆພັນ ທັງໂຕນ້ອຍທັງ ໂຕໃຫຍ່ ຕາຍໄປຈົນນັບບໍ່ຖ້ວນ.
ເພາະສະນັ້ນ, ເພື່ອເປັນການຈັດຕັ້ງປະຕິບັດຕໍ່ກັບຄໍາສັ່ງຂອງ ທ່ານ ລັດຖະມົນຕີ ກະຊວງກະສິກໍາ -ປ່າໄມ້ ໃນການປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ໃຫ້ໄດ້ຮັບໝາກຜົນເປັນຢ່າງດີ ນັ້ນ ທຸກຄົນຕ້ອງໄດ້ເອົາໃຈໃສ່ປະຕິບັດດັ່ງນີ້: ຫ້າມຈັບ, ຊື້-ຂາຍສັດນໍ້າ-ສັດປ່າປະເພດທີ່ຫວງຫ້າມຫຼືຢູ່ໃນລະດູການທີ່ຫວງຫ້າມ, ຫ້າມນໍາເອົາສັດນໍ້າ ແລະ ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກທີ່ຢູ່ອາໄສຫຼືແຫຼ່ງກໍາເນີດມາໄວ້ໃນຄອບຄອງ, ຫ້າມລ່າສັດນໍ້າ-ສັດປ່າປະເພດທົ່ວໄປໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດສະຫງວນ ໂດຍສະເພາະໄລຍະເຂົ້າພັນສາ ທີ່ສັດນໍ້າ-ສັດປ່າກໍາລັງແຜ່ພັນ, ຫ້າມບຸກລຸກ-ທໍາລາຍເຂດອະນຸລັກພັນສັດ, ວັງສະຫງວນ,ຖິ່ນ
ທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນໍ້າ ແລະ ສັດປ່າ ໂດຍທາງກົງ ແລະ ທາງອອ້ມ, ຫ້າມຈັບຈອງ, ຍ້າຍ, ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ, ຫ້າມຫາປາໃນຊ່ວງລະດູປາວາງໄຂ່ຫຼືຊ່ວງເຂົ້າພັນສາ ຢູ່ຕາມເຂດທີ່ປາຂຶ້ນວາງໄຂ່, ຫ້າມຕັນທາງເດີນຂອງປາທີ່ຂຶ້ນວາງໄຂ່ ຕາມຫ້ວຍ ແລະ ສາຍນໍ້າ ດ້ວຍວິທີການໃສ່ຕ້ອນ, ໃສ່ລີ່, ໃສ່ລອບ, ໃສ່ໂຕ່ງ , ໃສ່ມອງ ແລະ ນໍາໃຊ້ລະເບີດ, ທາດເບື່ອ, ສານເຄມີ, ໄຟຟ້າຊອດ ແລະ ເຄື່ອງມືຫາປາທີ່ມີລັກສະນະດັບສູນ ເຊິ່ງທັງໝົດເຫຼົ່ານີ້ ຖ້າພວກເຮົາຫາກບໍ່ພ້ອມພາກັນເຮັດ ແລະ ບໍ່ປະຕິບັດແລ້ວ ກໍຈະເຮັດໃຫ້ ວັນທີ 13ກໍລະກົດໃນທຸກໆປີ ທີ່ເຄີຍຈັດພິທີປ່ອຍປາ ກໍຈະບໍ່ມີຄວາມໝາຍຫຍັງ ເຮັດໄປຕາມຂະບວນການ ແບບເອົາມື້ເອົາຍາມ ແລະ ເຮັດໃຫ້ເສຍທຶນເສຍຮອນ ເສຍເວລາໄປດາຍເປົ່າ. ແຕ່ຖ້າທຸກຄົນຫາກພ້ອມກັນເອົາໃຈໃສ່ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນພາກສ່ວນທີ່ກຽວຂ້ອງ ຕ້ອງໄດ້ໃຊ້ມາດຕະການຢ່າງຄັກແນ່ ລົງໄປຕິດຕາມ ແລະ ກວດກາທຸກຮູບແບບໃນການຈັດຕັ້ງປະຕິບັດຄັ້ງນີ້ ເຊິ່ງເປັນໄລຍະທີ່ເຂົ້າພັນສາ ສັດນໍ້າ-ສັດປ່າກໍາລັງວາງໄຂ່ ຈຶ່ງຈະເຮັດໃຫ້ສັດນໍ້າ-ສັດປ່ານາໆຊະນິດພ້ອມດ້ວຍທໍາມະຊາດ
ປ່າໄມ້ກໍຈະຍືນຍົງຄົງຕົວຕະຫຼອດໄປ ກາຍເປັນມູນມໍລະດົກອັນລໍ້າຄ່າເພື່ອໃຫ້ລູກຫຼານໄດ້ເບິ່ງ, ໄດ້ຊົມ ແລະ ໄດ້ເພິ່ງພາອາໄສຢ່າງມີຄວາມສຸກ.

