ໃຊ້ເວລາຫວ່າງໃນຍາມພັກຮຽນໃຫ້ເປັນປະໂຫຍດ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຍາມພັກຮຽນ ຂອງນັກຮຽນສາຍສາມັນສຶກ ສາ, ໄດ້ມາເຖິງແລ້ວແຕ່ຈະ ເຮັດແນວໃດເພື່ອໄດ້ໃຊ້ເວລາ ຫວ່າງດັ່ງກ່າວມີຜົນປະໂຫຍດ ແລະ ກໍຂໍຊົມເຊີຍ.
ໃນປັດຈຸບັນໄດ້ມີຫລາຍ ໂຮງຮຽນຈັດຕັ້ງກັນສອນເພີ່ມ ໃນວິຊາຕ່າງໆ, ຕາມຄວາມ ຕ້ອງການຂອງນັກຮຽນ, ທັງ ເປັນການສ້າງສາຍຮັບເພີ່ມ ຂອງຄູອາຈານ ແລະ ເປັນ ການສົ່ງເສີມໃຫ້ນັກຮຽນໄດ້ມີ ໂອກາດຮຽນເພີ່ມເພື່ອຍົກສູງ ຄວາມຮູ້ໃຫ້ແກ່ຕົນເອງ.
ແຕ່ຄຽງຄູ່ກັບຈຸດດີນັ້ນ ກໍມີບາງອັນທີ່ຂະແໜງການ ກ່ຽວຂ້ອງຄວນເບິ່ງຄືນໃນ ເລື່ອງກຳນົດລາຄາສອນເພີ່ມ ຂອງຄູອາຈານໃຫ້ເໝາະສົມ ເພື່ອໃຫ້ນັກຮຽນທຸກຄົນສາ ມາດເຂົ້າຮຽນໄດ້, ນັບທັງຜູ້ ທຸກຍາກຂາດເຂີນກໍຕ້ອງມີ ນະໂຍບາຍແນວໃດເພື່ອເຂົາ ເຈົ້າເຂົ້າເຖິງການສຶກສາດັ່ງ ກ່າວ.
ສ່ວນເບື້ອງຜູ້ປົກຄອງ, ພໍ່ ແມ່ກໍຕ້ອງໄດ້ເອົາໃຈໃສ່ຄຸ້ມ ຄອງບອກສອນລູກຫລານ ຂອງຕົນໃຫ້ນຳໃຊ້ເວລາ ຫວ່າງດັ່ງກ່າວເກີດຜົນປະ ໂຫຍດ, ບໍ່ແມ່ນວ່າຈະປະປ່ອຍ ໃຫ້ລູກຫລານຂອງຕົນໄປເບື່ອ ເມົານຳຕູ້ເກມ, ຫລິ້ນກິນຢ່າງ ບໍ່ມີປະໂຫຍດ, ໄປພົວພັນກັບ ສິ່ງເສບຕິດ, ມົ້ວສຸມກັບໄພ ສັງຄົມ ແລະ ອື່ນໆ, ເຮັດໃຫ້ ເສຍທາດຂາດຄຸນ, ກັບກາຍ ເປັນຄົນບໍ່ດີ, ສູນເສຍອະນາ ຄົດຂອງຊາດ, ເຊິ່ງສິ່ງນີ້ ຜ່ານ ມາກໍມີຫລາຍກໍລະນີໄດ້ເກີດ ຂຶ້ນແລ້ວ.
ດັ່ງນັ້ນຜູ້ເປັນພໍ່ເປັນແມ່ ຈະຕ້ອງໄດ້ເສຍສະຫລະອົດ ທົນພະຍາຍາມບອກສອນລູກ ຫລານຂອງຕົນໃຫ້ໄປໃນທາງ ທີ່ດີມີປະໂຫຍດ.
+ 5 ວິທີລ້ຽງລູກໃຫ້ສະຫຼາດ ແລະ ຫົວໄວ
+ ໂຮງຮຽນປາດຖະໜາ ສະຫລຸບສົກຮຽນ 2017-2018


