4 ວິທີອອກກໍາລັງກາຍເພື່ອຫຼຸດນໍ້າໜັກແບບຜິດໆ ທີ່ຄົນມັກບໍ່ຮູ້ໂຕ

4 ວິທີດັ່ງກ່າວມີຫຍັງແດ່?

  1. ບໍ່ກິນອາຫານທີ່ໃຫ້ພະລັງງານກ່ອນອອກກໍາລັງກາຍ: ຫາກບໍ່ກິນອາຫານທີ່ໃຫ້ພະລັງງານກັບຮ່າງກາຍເລີຍ ແລ້ວໄປອອກກໍາລັງກາຍໜັກໆ ນອກຈາກຈະມີສິດເປັນລົມ ຍັງອາດສ່ຽງເປັນໂຣກຂາດອາຫານໃນໄລຍະຍາວອີກດ້ວຍ. ເພາະສະນັ້ນ ກິນອາຫານໃຫ້ຫຼາກຫຼາຍ, ກິນອາຫານໃຫ້ຄົບ 5 ໝູ່ ພຽງແຕ່ຈໍາກັດປະລິມານໃຫ້ດີ ແລ້ວຄ່ອຍອອກກໍາລັງກາຍດີກວ່າ.
  2. ອອກກໍາລັງກາຍທ່າດຽວ (ຫຼິ້ນແຕ່ແຂນ ຫຼື ກ້າມຊີ້ນຢ່າງດຽວ) ການອອກກໍາລັງກາຍ ເພື່ອຄວາມແຂງແຮງຂອງຮ່າງກາຍຢ່າງແທ້ຈິງ ຕ້ອງອອກກໍາລັງກາຍໃຫ້ໄດ້ທຸກສ່ວນ ທັງແຂນ, ຂາ, ໜ້າທ້ອງ, ສະໂພກ ຫຼື ສ່ວນອື່ນໆດ້ວຍ.
  3. ບໍ່ວອມຮ່າງກາຍກ່ອນອອກກໍາລັງກາຍ ແລະ ລືມທີ່ຈະ​ເຮັດ​ໃຫ້​ຮ່າງກາຍ​ເຢັນ​ລົງ ແຕ່ຮູ້ບໍ່ວ່າທັງສອງຢ່າງນີ້ມີຄວາມສໍາຄັນຕໍ່ຮ່າງກາຍສຸດໆ ເພາະຈະຊ່ວຍຫຼຸດການບາດເຈັບຂອງກ້າມຊີ້ນໄດ້ດີ ນອກນີ້, ຍັງເປັນການວອມກ້າມຊີ້ນຫົວໃຈ ໃຫ້ເຕັ້ນເປັນຈັງຫວະ ບໍ່ເລັ່ງການສູບສີດ​ເລືອດຫຼາຍເກີນໄປ, ຫຼຸດອາການເມື່ອຍ, ອາການຫອບຢ່າງໄດ້ຜົນ ຫຼື ຫຼຸດອາການໜ້າມືດຈາກການອອກກໍາລັງກາຍຫຼາຍຂຶ້ນ.
  4. ບໍ່ຄວນຈໍາກັດການກິນຫຼາຍເກີນໄປ ເຊັ່ນ (ກ່ອນຊິກິນຫຍັງໄປນັ່ງນັບ ຫຼື ຊັ່ງໃຫ້ລະອຽດ) ແບບນີ້ເອີ້ນວ່າເລັ່ງລັດເກີນໄປ ຊຶ່ງອາດກໍ່ໃຫ້ເກີດບັນຫາຕໍ່ສຸຂະພາບຈິດໄດ້ໃນພາຍຫຼັງ ທາງທີ່ດີຄວນກິນຢ່າງລະມັດລະວັງ, ກິນພໍອຶ່ມ ແລະ ຄວນຈື່ວ່າມື້ນີ້ກິນຫຍັງໄປແດ່ ສິ່ງທີ່ກິນໄປນັ້ນ ຄວນກິນ ຫຼື ບໍ່ຄວນກິນຕໍ່ ແລ້ວອອກກໍາລັງກາຍເປັນປົກກະຕິເປັນປະຈໍາທຸກວັນ ເທົ່ານີ້ກໍບໍ່ຕ້ອງມານັ່ງນັບຕາຊິງ.