ທູດຍີ່ປຸ່ນຕ້ອນຮັບອາສາສະໝັກຊຸດໃໝ່

ວັນທີ 11 ກໍລະກົດນີ້, ສະຖານທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີຕ້ອນຮັບອາສາ ສະໝັກຊຸດໃໝ່ຈາກປະເທດຍີ່ປຸ່ນ ຈໍານວນ 9 ທ່ານ, ທີ່ ຈະມາເຮັດວຽກຊ່ວຍລາວ, ໂດຍທ່ານ ທາເຄຊິ ຮິຄິຮາ ຣະ ເອກອັກຄະຣາຊະທູດ ແລະ ທ່ານ ນາງ ສີສົມບູນ ອຸ່ນນະວົງ ຫົວໜ້າກົມຮ່ວມ ມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ຮອງ ອະທິການບໍດີ ຄະນະສຶກສາ ສາດ ມະຫາວິທະຍາໄລແຫ່ງ ຊາດໃຫ້ກຽດຕ້ອນຮັບ, ເຊິ່ງ ຄະນະອາສາສະໝັກດັ່ງກ່າວ. ຈະມາເຮັດວຽກຢູ່ລາວເປັນ ເວລາ 2 ປີ, ເຊິ່ງຈະໄດ້ປະຈໍາ ການຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງຫຼວງພະບາງ, ວຽງຈັນ, ໄຊຍະບູລີ, ອຸດົມ ໄຊ ແລະ ຄໍາມ່ວນ ແຂວງ ລະ 1 ຄົນ.

 

ທູດຍີ່ປຸ່ນຕ້ອນຮັບອາສາສະໝັກ JICA ທີ່ມາເຮັດວຽກຢູ່ລາວ

ຍີ່ປຸ່ນໃຫ້ທຶນຊ່ວຍເຫລືອຂະແໜງກະສິກຳຢູ່ແຂວງສະຫວັນນະເຂດ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ

ປັດຈຸບັນມີອາ ສາສະ ໝັກຍີ່ປຸ່ນປະຈໍາຢູ່ລາວ ທັງ ໝົດ 51 ຄົນ, ໃນນັ້ນເປັນອາ ສາສະໝັກຊາວໜຸ່ມ 44 ຄົນ ແລະ ອາສາສະໝັກຜູ້ອາວຸ ໂສ 7 ຄົນ, ເຊິ່ງນອກຈາກ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມລາວແລ້ວ, ຍັງ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມ ມື ລະຫວ່າງສອງປະເທດ ຜ່ານການຖ່າຍທອດວິຊາ ຄວາມຮູ້, ຄວາມສາມາດ ແລະ ການແລກປ່ຽນປະສົບ ການຕ່າງໆເຊິ່ງກັນ ແລະ ກັນອີກດ້ວຍ, ທັງເປັນການ ຢັ້ງຢືນໃຫ້ເຫັນເຖິງຄວາມ ພະຍາຍາມຂອງລັດຖະບານຍີ່ປຸ່ນໃນກະຕຸກຊຸກຍູ້ການພັດທະນາ ເສດຖະກິດຂອງລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.

ນັບແຕ່ປີ 1965 ເປັນ ຕົ້ນມາ, ຍີ່ປຸ່ນໄດ້ສົ່ງອາສາ ສະໝັກມາຊ່ວຍເຫຼືອລາວ ແລ້ວ ຈໍານວນ 987 ຄົນ ໃນ ຫຼາຍຂະແໜງການເຊັ່ນ: ສາທາລະນະສຸກ, ການສຶກ ສາ, ກະສິກໍາ, ວິສະວະກໍາ, ກິລາ ແລະ ການພັດທະນາ ຊຸມຊົນ.