ຊຽງຂວາງເລັ່ງສະກັດກັ້ນສິນຄ້າປອມແປງ

ເມື່ອບໍ່ດົນມານີ້, ຂະ ແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບເຈົ້າ ໜ້າທີ່ກ່ຽວຂ້ອງຂອງ ແຂວງ ຊຽງຂວາງ ໄດ້ລົງກວດກາ, ສະກັດກັ້ນ ການຜະລິດສິນຄ້າ ລອກຮຽນແບບ ແລະ ການ ຈຳໜ່າຍຜະລິດຕະພັນລະ ເມີດເຄື່ອງໝາຍການຄ້າ ເຊິ່ງວາງຈຳໜ່າຍໃນທ້ອງຕະ ຫລາດເປັນຈຳນວນຫລາຍຄື: ຕະຫລາດ ເມືອງ ແປກ ແລະ ເມືອງຄຳ ທີ່ເປັນອັນ ຕະລາຍຕໍ່ຜູ້ບໍລິໂພກ.

 

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວທຳລາຍສິນຄ້າປອມແປງຈຳນວນຫລາຍ

ເມືອງປາກທາທຳລາຍສິນຄ້າໝົດອາຍຸຈຳນວນຫລາຍ

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກ ສັງຄົມວ່າ ມີສິນຄ້າປອມ ແປງວາງຂາຍໃນທ້ອງຕະ ຫລາດ ຢູ່ແຂວງຊຽງຂວາງ ເປັນຈຳນວນຫລາຍ ຈຶ່ງໄດ້ ລົງກວດກາ ແລະ ພົບເຫັນ ແປ້ງນົວກາຈອງ ແລະ ສິນ ຄ້າອື່ນໆ, ເຊິ່ງເຈົ້າໜ້າທີ່ໄດ້ ຍຶດໄວ້ ຈຳນວນ 900 ກວ່າ ຖົງ, ພ້ອມທັງເຮັດບົດບັນ ທຶກເພື່ອດຳເນີນຄະດີຜູ້ກະ ທຳຜິດຕາມລະບຽບກົດ ໝາຍ.