ອາຫານມັນເຮັດໃຫ້ທ່ານສ່ຽງເປັນມະເຮັງເຕົ້ານົມ

ນັກວິທະຍາສາດອາເມລິກາ ໄດ້ຄົ້ນພົບຫລັກຖານທີ່ກ່ຽວພັນກັບຄວາມສ່ຽງຕໍ່ການເປັນພະຍາດມະເຮັງຕົ້ມນົມ ກັບໂພຊະນາ ການຂອງໄວໜຸ່ມຍິງ ໂດຍຈາກການທົດລອງຢູ່ມະຫາວິທະຍາໄລ University of California Davis ໂດຍໃຊ້ໜູທົດລອງໂຕແມ່ທີ່ລະບົບການສ້າງຮໍໂມນເອສໂຕເຈນຖືກກັກໄວ້ບໍ່ໃຫ້ເຮັດວຽກ. ຮໍໂມນເອສໂຕເຈນເປັນຮໍໂມນເພດຍິງທີ່ມີບົດບາດໃນການພັດທະນາທາງເພດຂອງແມ່ຍິງ ລວມທັງການເຕີບໃຫຍ່ຂອງເຕົ້ານົມນຳອີກ ໂດຍທີ່ໃນການທົດລອງນັ້ນໜູໂຕແມ່ບໍ່ສາມາດສ້າງຮໍໂມນເພດຍິງໄດ້. ຫລັງຈາກນັ້ນນັກວິໄຈໄດ້ໃຫ້ໜູກິນອາຫານທີ່ມີລະດັບຄໍເລສເຕີໂຣນຫລາຍ ເປັນອາຫານທີ່ມີກົດໄຂມັນຊະນິດ 10 ແລະ 12 CLA ໃນປະລິມານຫລາຍ ແລະ ກໍເຫັນວ່າໜູເລີ່ມມີອາການກ່ອນເປັນພະຍາດເບົາຫວານຄື ເລີ່ມມີຄວາມຜິດປົກກະຕິໃນລະບົບເຜົາຜານອາຫານຂອງຮ່າງກາຍ, ມີລະດັບນຳ້ຕານໃນເລືອດສູງ, ນຳ້ໜັກໂຕເພີ່ມຂຶ້ນ ແລະ ມີລະດັບຄໍເລສເຕີໂຣນໃນເລືອດທີ່ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ມີຄວາມດັນເລືອດສູງຕາມມາ.
ຫົວໜ້າທີມວິໄຈສະຫລຸບວ່າ : ອາຫານທີ່ມີກົດໄຂມັນຫລາຍຍັງໄປກະຕຸ້ນໃຫ້ເຕົ້ານົມໜູທົດລອງໃຫຍ່ຂຶ້ນ ໂດຍທີ່ລະບົບຜະລິດຮໍໂມນເອສໂຕເຈນໃນຮ່າງກາຍໜູຈະຖືກຄວບຄຸມບໍ່ໃຫ້ຜະລິດຮໍໂມນກໍຕາມ ສະແດງໃຫ້ເຫັນວ່າອາຫານທີ່ມີກົດໄຂມັນບາງຊະນິດໃນລະດັບສູງ ເປັນຕົ້ນເຫດຂອງການປ່ຽນແປງໃນລະບົບເຜົາຜານໃນຮ່າງກາຍ, ແຕ່ສິ່ງທີ່ສ້າງຄວາມແປກໃຈໃຫ້ແກ່ທີມງານຫລາຍທີ່ສຸດກໍແມ່ນເປັນຫຍັງເຕົ້ານົມຂອງໜູຍັງໃຫຍ່ຂຶ້ນ ໂດຍທີ່ໜູທົດລອງບໍ່ສາມາດສ້າງຮໍໂມນເອສໂຕເຈນໄດ້ອີກແລ້ວ.
ນອກຈາກນີ້, ນັກວິໄຈຍັງພົບວ່າ : ອາຫານທີ່ມີໄຂມັນຫລາຍເຮັດໃຫ້ໜູທົດລອງບາງໂຕເກີດມີຊີ້ນໃນເຕົ້ານົມນຳອີກ, ແຕ່ ເນື່ອງຈາກບໍ່ໄດ້ເກີດກັບໜູທົດລອງທຸກໂຕ ນັກວິໄຈຈຶ່ງສົງໄສວ່າ ກຳມະພັນໜ້າຈະມີບົດບາດເຮັດໃຫ້ໜູທົດລອງບາງໂຕເປັນມະເຮັງເຕົ້ານົມ.
ຜົນການວິໄຈນີ້ເຮັດໃຫ້ທີມງານເຊື່ອວ່າ : ອາຫານທີ່ມີກົດໄຂມັນບາງຢ່າງສູງມີຜົນເຮັດໃຫ້ໄວໜຸ່ມຍິງສ່ຽງຕໍ່ການເປັນພະຍາດ ມະເຮັງເຕົ້ານົມ ແລະ ພະຍາດອື່ນເມື່ອອາຍຸຫລາຍຂຶ້ນ.
ທ່ານ ໂຮວີ່ ຫົວໜ້າທີມນັກວິໄຈກ່າວຕື່ມວ່າ : ພະຍາດເບົາຫວານຊະນິດທີ 2 ທີ່ເກີດ ກໍອາດສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ການ ເປັນມະເຮັງເຕົ້ານົມໂດຍບໍ່ກ່ຽວພັນກັບຮໍໂມນເອສໂຕເຈນ.
ພະຍາດເບົາຫວານຊະນິດທີ 2 ທີ່ເກີດຈາກໂພຊະນາການທີ່ບໍ່ດຸ່ນດ່ຽງກາຍເປັນບັນຫາສຸຂະພາບຂອງຄົນທົ່ວໂລກໃນປະຈຸບັນ ຜົນການວິໄຈຂອງທີມນັກວິທະຍາສາດອາເມລິກາເທື່ອນີ້ສະແດງໃຫ້ເຫັນວ່າພະຍາດມເຮັງເຕົ້ານົມກຳລັງກາຍເປັນບັນຫາທີ່ຕາມມາຕິດ ເພາະເຊື່ອວ່າເປັນຜົນສືບເນື່ອງມາຈາກພະຍາດເບົາຫວານຊະນິດທີ 2.

