ກົມສ້າງຄູ ທົບທວນວຽກງານຂະແໜງການຍ່ອຍການສຶກສາຄູ

ໃນວັນທີ 5 ກໍລະກົດ ນີ້, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູ ຄັ້ງທີ 23 ປະຈໍາສົກ 2017-2018 ແລະ ສະຫຼຸບວຽກງານຂະແໜງການຍ່ອຍການສຶກສາຄູ ສໍາລັບ 6 ເດືອນຕົ້ນປີ 2018, ຂຶ້ນທີ່ວິທະຍາໄລສ້າງຄູ ດົງຄໍາຊ້າງ, ໂດຍການເປັນປະທານຂອງທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ບໍລິຫານສະຖາບັນສ້າງຄູທົ່ວປະເທດ, ພະນັກງານ, ວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ເກດ ພັນລັກ ວ່າການຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ການປະຕິບັດແຜນສົກ 2017-2018 ໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ສືບຕໍ່ປະຕິບັດການຄັດເລືອກຜູ້ເຂົ້າຮຽນຕາມ ມາດຕະຖານ ແລະ ເງື່ອນໄຂທີ່ວາງອອກ; ໄດ້ເປີດສາຍການຮຽນຕາມທ່າແຮງຂອງວິທະຍາໄລສ້າງຄູແຕ່ລະແຫ່ງ; ການຮັບນັກຮຽນຄູໄດ້ມີທ່າອ່ຽງຫຼຸດລົງ, ທັງນີ້ກໍເພື່ອແກ້ໄຂບັນຫາຄູເຫຼືອ-ບໍ່ພໍ. ພ້ອມນັ້ນ, ກໍໄດ້ສະໜອງອຸປະກອນຫ້ອງທົດລອງ ແລະ ສື່ການຮຽນ-ການສອນປະເພດຕ່າງໆ ເຮັດໃຫ້ວິທະຍາໄລຄູທຸກແຫ່ງ ມີມາດຕະຖານການສ້າງຄູທີ່ໃກ້ຄຽງກັນ, ສິ່ງດັ່ງກ່າວ ສາມາດເອື້ອອໍານວຍໃຫ້ແກ່ການຮຽນ-ການສອນໃຫ້ມີຄຸນະພາບເທື່ອລະກ້າວ. ໃນຂະນະດຽວກັນນັ້ນ, ເພື່ອສະໜອງຄວາມຕ້ອງການຄູໃນແຕ່ລະສາຍວິຊາໃຫ້ສອດຄ່ອງກັບຜົນສໍາຫຼວດຄວາມຕ້ອງການຄູປະຈໍາປີ ແຕ່ລະວິທະຍາໄລຄູ ໄດ້ທົບທວນການເປີດສາຍຮຽນ ໂດຍອີງໃສ່ຄວາມພ້ອມຂອງຕົນ ເພື່ອສ້າງໃຫ້ກາຍເປັນສູນແຫ່ງການພັດທະນາ ແລະ ສູນແຫ່ງຄວາມເປັນເລີດໃນແຕ່ລະສາຍວິຊາ.
ສໍາລັບ ແຜນພັດທະນາວຽກງານສ້າງຄູ 2018-2019 ໄດ້ວາງແຜນງານຈຸດສຸມ ໂດຍສະເພາະແມ່ນປັບຫຼັກສູດສ້າງຄູໃນທຸກຊັ້ນ ແລະ ທຸກສາຍ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັບຫຼັກສູດການສຶກສາກ່ອນໄວຮຽນ ແລະ ຫຼັກສູດສາຍສາມັນສຶກສາທີ່ມີການປັບປຸງໃໝ່ໃຫ້ດີຂຶ້ນ, ຍົກຄຸນນະພາບການສອນຂອງຄູໃນສະຖາບັນໃຫ້ສູງຂຶ້ນ, ການສະໜອງການບໍາລຸງຄູໃຫ້ເປັນລະບົບ ເພື່ອພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປັບປຸງເຄືອຂ່າຍການພັດທະນາວິຊາຊີບຄູໃຫ້ໜັກແໜ້ນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການປະກັນຄຸນນະພາບພາຍໃນ ແລະ ປັບປຸງການບໍລິຫານຈັດການໃນສະຖາບັນສ້າງຄູ; ວາງແຜນ ແລະ ຄຸ້ມຄອງກ່ຽວກັບຄວາມຕ້ອງການ ແລະ ການສະໜອງຄູ, ຄັດເລືອກເອົານັກຮຽນທີ່ໄດ້ມາດຕະຖານເຂົ້າຮຽນຄູ.
ໃນໂອກາດດຽວກັນ, ທ່ານ ກອງສີ ແສງມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້, ພ້ອມທັງເນັ້ນໃຫ້ສືບຕໍ່ປະຕິຮູບຫຼັກສູດການຮຽນ-ການສອນທຸກສາຍຮຽນຕາມທິດຫຼຸດຜ່ອນທິດສະດີ ແລະ ເພີ່ມພາກປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ; ໃຫ້ຮີບຮ້ອນປັບປຸງຍຸດທະສາດການພັດທະນາຄູ ໂດຍອີງໃສ່ຜົນການສໍາຫຼວດຄູໃຫ້ສໍາເລັດໂດຍໄວ ແນໃສ່ບັນລຸບັນດາຄາດໝາຍທາງດ້ານຄຸນະພາບ ແລະ ປະລິມານກໍ່ສ້າງຄູແຕ່ລະຊັ້ນ, ແຕ່ລະສາຍໃນແຕ່ລະປີ ແຕ່ນີ້ຮອດປີ 2025; ໃຫ້ສືບຕໍ່ການພັດທະນາວິຊາຊີບຄູທັງໃນສະຖາບັນສ້າງຄູ ແລະ ເຂດບໍລິການ ໃຫ້ເນັ້ນໃສ່ການພັດທະນາດ້ານພາສາອັງກິດ ແລະ ນໍາໃຊ້ໄອຊີທີ ເຂົ້າໃນການຮຽນ-ການສອນ, ພ້ອມທັງສ້າງແຜນພັດທະນາໃນການຍົກລະດັບຄູສອນໂດຍມີຄາດໝາຍໃນແຕ່ລະປີ; ໃຫ້ວິທະຍາໄລຄູປະສານສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອຫັນໂຮງຮຽນມັດທະຍົມສຶກສາທີ່ມີແລ້ວໃຫ້ເປັນໂຮງຮຽນມັດທະຍົມສາທິດທີ່ຂຶ້ນກັບວິທະຍາໄລຄູ ຫຼື ສ້າງຕັ້ງຂຶ້ນໃໝ່ ເລີ່ມແຕ່ສົກຮຽນ 2018-2019 ເປັນຕົ້ນໄປ.

