6 ເດືອນຕົ້ນປີ ຢູ່ເມືອງ ສັດສັດຕະນາກ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 177 ເລື່ອງ

ທ່ານ ພັນໂທ ທອງສະ ຫວັດ ແສນສຸວາດ ຫົວໜ້າ ກອງບັນຊາການ ປກສ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ຢູ່ເມືອງ ສີສັດຕະນາກເຮົາ ຍັງມີອາ ຊະຍາກຳປະເພດຕ່າງໆ ຍັງ ສືບຕໍ່ເກີດຂຶ້ນເປັນຕົ້ນແມ່ນ ບັນຫາຂີ້ລັກງັດແງະ ຢູ່ຕາມ ຫ້ອງແຖວ ເຮືອນເຊົ່າ, ລັກ ລົດຈັກ, ຄ້າຂາຍຢາເສບ ຕິດ, ບັນຫາສະພາບການ ສັນຈອນແອອັດ, ອຸປະຕິ ເຫດຕາມຖະໜົນ ແລະ ການຂາຍສິນຄ້າຊະຊາຍ ຢູ່ຕາມເຂດທາງຄົນຍ່າງ, ການຈອດລົດຊະຊາຍຢູ່ ຕາມຖະໜົນ ແລະ ບັນຫາ ອື່ນໆ, ຕໍ່ກັບບັນຫາດັ່ງ ກ່າວ, ເຈົ້າໜ້າທີ່ພວກ ເຮົາ ກໍໄດ້ເອົາ ໃຈໃສ່ແກ້ໄຂ ແລະ ມ້າງໄດ້ຫລາຍຄະດີ ພ້ອມທັງຈັບຜູ້ເປັນຫົວ ໂປ່ໂຕການມາດຳເນີນຄະດີຕາມກົດໝາຍໄດ້ຢ່າງ ຫລວງຫລາຍ ເດັ່ນກ່ວາ ໝູ່ແມ່ນກຸ່ມແກ້ງຄ້າຂາຍ ແລະ ມົ້ວສຸມຢາເສບຕິດ, ກຸ່ມແກ້ງລັກລົດຈັກ ແລະ ອື່ນໆ, ເພື່ອຮັບປະກັນໃຫ້ ເມືອງ ສີສັດຕະນາກພວກ ເຮົາສືບຕໍ່ມີສະຖຽນລະ ພາບຄວາມປອດໄພໜັກ ແໜ້ນ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍທາງ ສັງຄົມດີຂຶ້ນ. ເຊິ່ງໃນ 6 ເດືອນຕົ້ນປີນີ້, ຢູ່ເມືອງ ສີສັດຕະນາກມີປະກົດ ການຫຍໍ້ທໍ້ເກີດຂຶ້ນ 177 ເລື່ອງ, ທຽບໃສ່ໄລຍະດຽວ ກັນປີຜ່ານມາ ເພີ່ມຂຶ້ນ 28 ເລື່ອງ, ແກ້ໄຂໄດ້ 43 ເລື່ອງ ແລະ ກັກຕົວຜູ້ກະ ທຳຜິດມາດຳເນີນຄະດີ ໄດ້ 80 ຄົນ, ພົ້ນເດັ່ນແມ່ນ ລັກຊັບພົນລະເມືອງເກີດ ຂຶ້ນ 131 ເລື່ອງ, ໃນນີ້ລັກ ລົດຈັກ 79 ຄັນ ແລະ ຊັບສິນ ອື່ນໆ ສ້າງຄວາມເສຍຫາຍ ເປັນຈຳນວນຫລາຍ. ນອກ ນີ້ຍັງສຸມໃສ່ແກ້ໄຂມ້າງຄະ ດີຢາເສບຕິດໄດ້ 73 ເລື່ອງ, ກັກຕົວຜູ້ຖືກຫາ 116 ຄົນ, ຢຶດເຄື່ອງ ຂອງກາງປະເພດ ຢາບ້າໄດ້ 21 ພັນກວ່າເມັດ.

 

ເມືອງທຸລະຄົມເລັ່ງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ

ຂະແໜງແຮງງານຖືເອົາວຽກງານສຶກສາອົບຮົມແນວຄິດພະນັກງານຕີຖອຍປະກົດການຫຍໍ້ທໍ້

ຫົວໜ້າກອງບັນຊາ ການ ປກສ ສີສັດຕະນາກ ໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້, ປກສ ເມືອງ ສີສັດຕະນາກຈະ ໄດ້ເພີ່ມທະວີເອົາໃຈໃສ່ແກ້ ໄຂສະພາບປະກົດການຫຍໍ້ ທໍ້ຕ່າງໆ ແລະ ຮັບປະກັນ ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍໃນສັງ ຄົມໂດຍການລົງຊຸກຍູ້ວຽກ ງານກໍ່ສ້າງຮາກຖານຕິດ ພັນ ກັບການແກ້ໄຂຄວາມ ບໍ່ເປັນລະບຽບຮຽບຮ້ອຍ, ສືບຕໍ່ເອົາໃຈໃສ່ຄຸ້ມຄອງພົນ ລະເມືອງ, ແລະ ເພີ່ມທະວີ ວຽກງານໂຄສະນາໃຫ້ສັງ ຄົມມີສ່ວນຮ່ວມໃນການ ສະກັດກັ້ນບັນຫາຢາເສບ ຕິດ, ໄພສັງຄົມ ແລະ ປະກົດ ການຫຍໍ້ທໍ້ຕ່າງໆ, ໃນນັ້ນ ຈະເລັ່ງສ້າງກຳລັງ ປກສ ບ້ານໃຫ້ປະກອບ ສ່ວນເວນ ຍາມ ແລະ ກວດກາຄົນພັກ ເຊົາຢ່າງເຂັ້ມງວດ.