ແຂວງຈຳປາສັກວາງແຜນສ້າງເຂື່ອນໄຟຟ້ານ້ຳຕົກເພີ່ມກວ່າ 20 ໂຄງການ

ທ່ານ ແກ້ວ ສິລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ປັດຈຸບັນ ແຂວງຈໍາ ປາສັກໃຫ້ ມີແຜນທີ່ຈະກໍ່ ສ້າງ ເຂື່ອນໄຟຟ້ານໍ້າຕົກທັງ ໝົດ 27 ໂຄງການ, ລວມມີ ກໍາລັງຕິດຕັ້ງ 3.678 ເມກາ ວັດ(MW), ໃນນັ້ນ ຂັ້ນສູນ ກາງຄຸ້ມຄອງ ມີ 7 ໂຄງການ, ຂັ້ນແຂວງຄຸ້ມຄອງມີ 20 ໂຄງການ ແລະ ສໍາເລັດການ ກໍ່ສ້າງແລ້ວ 5 ໂຄງການ, ລວມມີ ກໍາລັງຕິດຕັ້ງ56,41 MW, ໂຄງການກໍາລັງກໍ່ ສ້າງ ມີ 4 ໂຄງການຄື: ໂຄງ ການເຊປຽນ-ເຊນໍ້ານ້ອຍ, ດອນສະໂຮງ, ເຊລະບໍາ ພາກຂະຫຍາຍ ແລະ ໂຄງ ການຫ້ວຍຄົດ – ຫ້ວຍຢອຍ, ມີກໍາລັງຕິດຕັ້ງ 693 MW ແລະ ກະກຽມກໍ່ສ້າງ 2 ໂຄງ ການ ຄື: ໂຄງການນໍ້າພາກ ຕອນລຸ່ມ ແລະ ນໍ້າພາກຕອນ ເທິງ, ມີກໍາລັງຕິດຕັ້ງ 159 MW.
+ ການກໍ່ສ້າງເຂື່ອນນ້ຳງື່ມ 4 ຄືບໜ້າກວ່າ 16%
+ ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງຄືບໜ້າເກືອບ 60%
ນອກນີ້ໂຄງການໄດ້ ຮັບຮອງໃບຢັ້ງຢືນບົດວິ ພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ມີ 14 ໂຄງການ ແລະ ກໍາ ລັງສຶກສາສໍາຫຼວດ 2 ໂຄງການ. ນອກຈາກກໍ່ ສ້າງເຂື່ອນໄຟຟ້າແລ້ວ, ຍັງ ໄດ້ກໍ່ສ້າງສະຖານີສາຍ ສົ່ງໄຟຟ້າ 500 ກິໂລໂວນ (KV)1 ແຫ່ງຢູ່ບ້ານນໍ້າ ພາກຫຼັກ 25 ເມືອງປະທຸມ ພອນ ເຊິ່ງເປັນສາຍສົ່ງ ແຫ່ງຊາດ ທີ່ຈະ ເຊື່ອມຕໍ່ ກັບປະເທດໃກ້ຄຽງຄື: ຫວຽດນາມ, ໄທ ແລະ ກໍາປູເຈຍ ເຊິ່ງເປັນ ການລົງ ທຶນອັນມະຫາສານຂອງ ລັດຖະບານ ເພື່ອຕອບ ສະໜອງໄຟຟ້າຮັບ ໃຊ້ ພາຍໃນໃຫ້ພຽງພໍ ແລະ ໝັ້ນຄົງເຊື່ອມໂຍງກັບປະ ເທດເພື່ອນບ້ານ ແລະ ພາກ ພື້ນ. ມາຮອດປັດຈຸບັນ, ທົ່ວແຂວງສາມາດເອົາ ໄຟຟ້າເຂົ້າບ້ານສໍາເລັດ ແລ້ວ 642 ບ້ານ, ເທົ່າກັບ 99,84% ຂອງຈໍານວນ ບ້ານທົ່ວແຂວງ./.

