ລາວ-ຫວຽດນາມຮ່ວມມືວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ

ໃນວັນທີ 3 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມວຽກງານຍຸຕິທຳບັນດາແຂວງຊາຍແດນລາວ-ຫວຽດນາມເປີດກວ້າງຄັ້ງທີ 4 ພາຍໃຕ້ຫົວຂໍ້ “ຍູ້ແຮງການຮ່ວມມືວຽກງານຍຸຕິທຳຢູ່ທ້ອງຖິ່ນລາວ-ຫວຽດນາມ ເພື່ອແນ່ໃສ່ການຮັບປະກັນສິດ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນບໍລິເວນຊາຍແດນ” ໂດຍການເປັນປະທານຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳແຫ່ງ ສປປ ລາວ ແລະ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທຳແຫ່ງ ສສ.ຫວຽດນາມ. ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສີ ສັນຕິວົງ ກ່າວວ່າ: ກອງປະຊຸມໄດ້ສະຫລຸບ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຜົນກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງລາວ ແລະ ຫວຽດນາມໃນຄັ້ງທີ 3 ທີ່ໄດ້ຈັດຂຶ້ນທີ່ນະຄອນເຊີມເຊິ່ນແຂວງແທ້ງຮ້ວາ ສສ.ຫວຽດນາມ ໃນປີ 2016 ທີ່ຜ່ານມາ, ພ້ອມທັງກໍານົດທິດທາງການຮ່ວມມືໃນຊຸມຕໍ່ໜ້າ, ພ້ອມນີ້, ຍັງເປັນການຄົ້ນຄວ້າ ແລະ ປຶກສາຫາລືບັນຫາທີ່ກ່ຽວຂ້ອງກັບການປະຕິບັດຄຳຕັດສິນຂອງສານ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບວຽກງານຍຸຕິທຳຂອງສອງປະເທດຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ ເພື່ອຜັນຂະຫຍາຍສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຄະດີແພ່ງ ແລະ ອາຍາ, ປຶກສາຫາລືບັນຫາວຽກງານສັນຊາດ ແລະ ທະບຽບຄອບຄົວ, ບັນຫາການຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງດອງໂດຍບໍ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນສອງຊາດລາວ-ຫວຽດນາມ ຢູ່ບໍລິເວນຊາຍແດນ, ພ້ອມທັງໄດ້ມີການເຊັນບົດບັນທຶກຮ່ວມມືລະຫວ່າງບາງພະແນກຍຸຕິທຳແຂວງຂອງລາວກັບພະແນກຍຸຕິທຳຂອງບາງແຂວງ ສສ.ຫວຽດນາມ ທີ່ຍັງບໍ່ໄດ້ເຊັນກັນ.
ທ່ານ ເລ ແທັງ ລອງ ກ່າວວ່າ: ກອງປະຊຸມຍຸຕິທຳບັນດາແຂວງທີ່ມີຊາຍແດນຕິຈອດກັນລາວ-ຫວຽດນາມ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແນ່ໃສ່ເພື່ອສ້າງເວທີມີປະສິດທິຜົນ ເພື່ອປຶກສາຫາລື, ນຳສະເໜີບັນດາວິທີແກ້ໄຂ ເພີ່ມທະວີການຮ່ວມມືລະຫວ່າງອົງການຍຸຕິທຳ ແລະ ອົງການປະຕິບັດຄຳຕັດສິນທາງແພ່ງສອງປະເທດ ປະກອບສ່ວນໃນການຮັບປະກັນ ການດຳລົງຊີວິດທີ່ສະຫງົບສຸກຂອງປະຊາຊົນ ແລະ ປົກປັກຮັກສາຊາຍແດນສັນຕິພາບ ຫວຽດນາມ-ລາວ.

