ຢູຟາ ສອບສວນຄຳຕັດສິນບັນຫາ ເປແອສເຊ ບໍ່ຜິດກົດການເງິນ

ຝ່າຍຄວບຄຸມການເງິນຂອງສະຫະພັນບານເຕະຢູໂຣບ (CFCB) ເປີດເຜີຍວ່າ ທາງສະຫະພັນຈະພິຈາລະນາຄຳຕັດສິນທີ່ບອກວ່າ ປາຣີສ ແຊງແຊກແມງ ສະໂມສອນມະຫາເສດຖີແຫ່ງ ລີກເອິງ ຝຣັ່ງ ບໍ່ໄດ້ລະເມີດກົດຄວບຄຸມການເງິນ.
ປາຣີສ ແຊງແຊກແມງ ເຄີຍຖືກ ຢູຟາ ສອບສວນວ່າອາດເຮັດຜິດກົດດ້ານການເງິນ ຈາກການທີ່ພວກເຂົາໃຊ້ເງິນເສີມທັບໄປຫລາຍໃນຊຳເມີ້ປີກ່ອນ ເຊັ່ນການທຸ້ມເງິນສູງເປັນສະຖິຕິໂລກ 222 ລ້ານຢູໂຣ ເພື່ອຊື້ ເນມາ ຫົວຫອກຊາວບຣາຊິລ ມາຮ່ວມທີມ.
ໃນເດືອນມິຖຸນາຜ່ານມາ ມີການຖະແຫລງວ່າ ປາຣີສ ແຊງແຊກແມງ ບໍ່ໄດ້ເຮັດຜິດກົດດ້ານການເງິນແລ້ວ ໂດຍ ເປແອສເຊ ຈະຖືກກວດສອບການຊື້ຂາຍຢ່າງລະອຽດຕໍ່ໄປ ແຕ່ຫລ້າສຸດຝ່າຍຄວາມການເງິນຂອງສະຫະພັນບານເຕະເອີຣົບເປີດເຜີຍວ່າ ພວກເຂົາຕັດສິນໃຈຈະກວດສອບຄຳຕັດສິນດັ່ງກ່າວ.

