ລາວເພີ່ມທະວີຕ້ານການຄ້າມະນຸດໃຫ້ມີປະສິດທິພາບ

ກົມຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮ່ວມກັບຄະນະຮັບຜິດຊອບແຜນງານ ອົດສະຕາລີ-ອາຊີ ເພື່ອຕ້ານການຄ້າມະນຸດ(AAPTIP) ປະຈຳລາວ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດແຜນງານດັ່ງກ່າວຂຶ້ນ, ໂດຍການເປັນປະທານຂອງທ່ານ ເພັງສະຫວັນ ທິບພະວົງໄຊ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທ່ານ ບຣຸດ ເຄລີ ຫົວໜ້າແຜນງານ ອົດສະຕາລີ-ອາຊີ ເພື່ອຕ້ານການຄ້າມະນຸດປະຈຳພາກພຶ້ນ ພ້ອມພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ພັນໂທ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕະຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກ່າວວ່າ: ແຜນງານ AAPTIP ໄດ້ກໍານົດ 4 ເປົ້າໝາຍຫລັກຄື: ເພື່ອເຮັດໃຫ້ອົງການປະຕິບັດກົດໝາຍໄດ້ຮັບການປັບປຸງໃຫ້ມີປະສິດທິຜົນ ແລະ ມີຈັນຍາບັນໃນການສືບສວນ-ສອບສວນຄະດີຄ້າມະນຸດ, ເພື່ອເຮັດໃຫ້ອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ມີປະສິດທິຜົນ ແລະ ມີຈັນຍາບັນໃນການດຳເນີນຄະດີຄ້າມະນຸດ ແລະ ຄະດີອື່ນໆທີ່ກ່ຽວຂ້ອງກັບການຄ້າມະນຸດ, ເພື່ອເຮັດໃຫ້ຜູ້ພິພາກສາ-ພະນັກງານສານ ໄດ້ຮັບການປັບປຸງໃຫ້ມີຄວາມຍຸຕິທຳ ແລະ ພິຈາລະນາຄະດີຄ້າມະນຸດຕາມກຳນົດເວລາ ແລະເພື່ອເຮັດໃຫ້ການຮ່ວມມື ແລະ ພາວະການເປັນຜູ້ນຳໃນດ້ານການຕອບໂຕ້ການກະທຳຜິດທາງອາຍາໃນພາກພຶ້ນອາຊຽນ ມີຄວາມເຂັ້ມແຂງ ແລະ 5 ໂຄງການ ມີ 69 ກິດຈະກຳລວມງົບປະມານທັງໝົດ 800 ກ່ວາລ້ານໂດລາອົດຕາລີ. ຜ່ານການຈັດຕັ້ງປະຕິບັດເຫັນວ່າສຳເລັດ 100% ແລະ ມີຜົນໄດ້ຮັບຢ່າງເປັນຮູບປະທຳ, ທັງເປັນການປະກອບສ່ວນເຮັດໃຫ້ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລະດັບທີ່ແນ່ນອນ ເວົ້າສະເພາະຂະແໜງການວຽກງານຕ້ານການຄ້າມະນຸດຂອງລາວມີຄວາມຮັບຮູ້ເຂົ້າໃຈດ້ານກົດໝາຍຫລາຍຂຶ້ນ, ມີບັນດານິຕິກຳ, ມີລະບົບການເກັບກຳຂໍ້ມູນສະຖິຕິ ແລະ ມີກົນໄກການປະສານງານທີ່ເພິ່ງພໍໃຈ.
ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ປະເຊີນໜ້າກັບບັນຫາການຄ້າມະນຸດ, ຕໍ່ກັບບັນຫາດັ່ງກ້າວ ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການປ້ອງກັນ ສະກັດກັ້ນ, ການປົກປ້ອງຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດຄື: ແຕ່ຕົ້ນເດືອນ ເມສາ 2016 ຫາ ເດືອນ ມີນາ 2017 ສາມາດດຳເນີນຄະດີຜູ້ກະທຳຜິດໃນສະຖານການຄ້າມະນຸດ ຈຳນວນ 29 ເລື່ອງ, ສາມາດສະຫລຸບຄະດີ ແລະ ປະກອບສຳນວນຄະດີສົ່ງໃຫ້ໄອຍະການປະຊາຊົນ ຈຳນວນ 13 ເລື່ອງ, ສານປະຊາຊົນ ໄດ້ຕັດສິນ ຈຳນວນ 6 ເລື່ອງ, ຖືກລົງໂທດຕັດອິດສະຫລະພາບ ແຕ່ 9 ເດືອນ ຫາ 20 ປີ, ປັບໃໝແຕ່ 9 ແສນກີບ ຫາ 100 ລ້ານກີບ, ຜູ້ຖືກເຄາະຮ້າຍໄດ້ຮັບຄ່າໃຊ້ແທນເສຍຫາຍທາງແພ່ງ(ຄ່າຊົດເຊີຍ) ຈຳນວນ 15 ຫາ 45 ລ້ານກີບ, ແລະ ໃນປີ 2016 ໄດ້ຮັບຜູ້ຖືກເຄາະຮ້າຍທັງໝົດ 189 ຄົນ, ຍິງ 103 ຄົນ, ອາຍຸຕ່ຳກ່ວາ 18 ປີ 80 ມີຄົນ.

