ຊາລາ ເຊັນສັນຍາຢູ່ ລິເວີພູລ ໄລຍະຍາວ

ລິເວີພູລ ປະກາດຢ່າງເປັນທາງການຜ່ານເວັບໄຊສະໂມສອນວ່າ: ໂມຮາເໝັດ ຊາລາ ໄດ້ຕໍ່ສັນຍາສະບັບໃໝ່ກັບທີມໄປຮອດປີ 2023 ຮຽບຮ້ອຍແລ້ວ.
ຫລັງມີຂ່າວໃນຊ່ວງປິດລະດູການວ່າ: ດາວເຕະທີມຊາດອີຢິບ ອາດຍ້າຍໄປຢູ່ກັບ ຣີລ ມາດຣິດ ຍັກໃຫຍ່ໃນລາລີກ້າ ສະເປນ. ຫລ້າສຸດ ລິເວີພູລ ໄດ້ປະກາດຜ່ານເວັບໄຊປະຈຳສະໂມສອນວ່າ ຊາລາ ໄດ້ຕໍ່ສັນຍາສະບັບໃໝ່ກັບທີມໄປຈົນຮອດປີ 2023 ຮຽບຮ້ອຍແລ້ວ.
ອະດີດນັກເຕະ ເຊລຊີ ເລືອກທີ່ຈະຝາກອະນາຄົດໄວ້ກັບ ລິເວີພູລ ແລະ ປິດຂ່າວລືທີ່ວ່າ ຣີລ ມາດຣິດ ຕ້ອງການຄວ້າ ຊາລາ ໄປຮ່ວມທີມ ໂດຍການຕໍ່ສັນຍາສະບັບໃໝ່ໄປອີກ 5 ປີ.
ທັງນີ້ ຊາລາ ຫາກໍຍ້າຍຈາກ ເຊລຊີ ມາຢູ່ກັບ ລິເວີພູລ ໃນລະດູການຜ່ານມາ, ແຕ່ໄດ້ສ້າງຜົນງານລະດັບມາສເຕີພິຊ ດ້ວຍການຍິງໄປ 44 ປະຕູ ຈາກການລົງຫລິ້ນ 52 ເກມ ແລະ ຄວ້າລາງວັນດາວຊັລໂວ ພຣີເມຍລີກ ໃນຈຳນວນ 32 ປະຕູ ພ້ອມກັບກວາດລາງວັນນັກເຕະດີເດັ່ນແຫ່ງປີຈາກພີເອຟເອ ແລະ ນັກເຕະດີເດັ່ນຂອງສະມາຄົມນັກຂ່າວ (FWA) ລວມທັງຄວ້າລາງວັນນັກເຕະດີເດັ່ນແຫ່ງປີຂອງສະໂມສອນລິເວີພູລ ນຳອີກ.

